ກະ​ຕຸ້ນ​ການ​ທ່ອງ​ທ່ຽວ ພາຍ​ໃນ ປະ​ເທດ “ການ​ທ່ອງ​ທ່ຽວ​ຫວຽດ​ນາມ​ມີ​ຄວາມ​ປອດ​ໄພ ແລະ ​ດູດດືມ”

(VOVWORLD) -ພາຍຫຼັງ ຜັນຂະຫຍາຍໂຄງການກະຕຸ້ນການທ່ອງທ່ຽວພາຍໃນປະເທດໃນຊຸມເດືອນທ້າຍປີ ດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວຫວຽດນາມ ມີຄວາມປອດໄພ ແລະ ດູດດືມ” ມາເປັນ 3 ອາທິດ, ບັນດາທ້ອງຖິ່ນ, ວິສາຫະກິດສືບຕໍ່ຮ່ວມມືສ້າງສາຍສຳພັນ ກະຕຸ້ນຢ່າງມີປະສິດທິຜົນ
ກະ​ຕຸ້ນ​ການ​ທ່ອງ​ທ່ຽວ ພາຍ​ໃນ ປະ​ເທດ “ການ​ທ່ອງ​ທ່ຽວ​ຫວຽດ​ນາມ​ມີ​ຄວາມ​ປອດ​ໄພ ແລະ ​ດູດດືມ” - ảnh 1 ແຂກທ່ອງທ່ຽວມາຢ້ຽມຊົມ ແລະ ພາວະນາຂໍຄວາມຢ່ເຢັນເປັນສຸກ ຢູ່ວັດລິງອຶງ (ພາບ: TTXVN)

        ໃນການຖະແຫຼງຂ່າວນັດສາມັນ ໄຕມາດ 3 ປີ 2020, ຕອນບ່າຍວັນທີ 14 ຕຸລາຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ພາຍຫຼັງ ຜັນຂະຫຍາຍໂຄງການກະຕຸ້ນການທ່ອງທ່ຽວພາຍໃນປະເທດໃນຊຸມເດືອນທ້າຍປີ ດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວຫວຽດນາມ ມີຄວາມປອດໄພ ແລະ ດູດດືມ” ມາເປັນ 3 ອາທິດ, ບັນດາທ້ອງຖິ່ນ, ວິສາຫະກິດສືບຕໍ່ຮ່ວມມືສ້າງສາຍສຳພັນ ກະຕຸ້ນຢ່າງມີປະສິດທິຜົນ ຄື: ສາຍສຳພັນ ກະຕຸ້ນະລະຫວ່າງ ພະແນກການທ່ອງທ່ຽວ ແລະ ພະແນກ ວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ຢູ່ 7 ແຂວງ ແລະ ນະຄອນ, ຂໍ້ຕົກລົງການຮ່ວມມືເຊື່ອມຕໍ່ພັດທະນາລະຫວ່າງ 3 ແຂວງ ເງະອານ - ຫ໋າຍຟ່ອງ - ບິ່ງດິ້ງ.

        ບັນດາວິສາຫະກິດທ່ອງທ່ຽວໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ, ສ້າງຜະລິດຕະພັນທີ່ມີຄວາມດູດດຶ່ມຄື ໃຫ້ບຸລະມະສິດ, ຫຼຸດລາຄາເຊົ່າຫ້ອງ, ຮ່ວມມືກັບບັນດາບໍລິສັດການບິນ, ຂະແໜງການບິນ, ເສັ້ນທາງລົດໄຟພວມມີທ່າຟື້ນຟູຄືນ, ເຊິ່ງເພີ່ມຂຶ້ນ 12%ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ