(ພາບປະກອບ)
(vovworld) – ຕາມອົງການສະຖິຕິ ການາດາ (Satistic Canada) ແລ້ວ, ຍອດວົງເງິນການຄ້າ 2 ສົ້ນລະຫວ່າງ ການາດາ ແລະ ຫວຽດນາມ ຮອດເດືອນ 9/2015 ບັນລຸເກືອບ 2,8 ຕື້ USD, ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກ່າຍ. ການສົ່ງອອກຂອງ ຫວຽດນາມ ໃນ 9 ເດືອນໄປຍັງ ການາດາ ບັນລຸເກືອບ 2,4 ຕື້ USD, ເພີ່ມຂຶ້ນກ່ວາ 31% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2014. ບັນດາສິນຄ້າສົ່ງອອກຕົ້ນຕໍຂອງ ຫວຽດນາມ ໄປຍັງ ການາດາ ລວມມີ: ເຄື່ອງເຟີນີເຈີ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ສິນທະເລ, ເຄື່ອງພິມຊະນິດຕ່າງໆ, ສາຍໄຟ, ໂທລະສັບມືຖື, ອຸປະກອນໂທລະຄົມມະນາຄົມ; ກາເຟ, ໝາກມ່ວງຫິມມະພານ, ພາຫະນະຂົນສົ່ງ ແລະ ເຄື່ອງອາໄຫຼ່; ຢາງພາລາ; ຜະລິດຕະພັນຢາງ; ຜັກ, ໝາກໄມ້…ໃນຂະນະນັ້ນ, ການາດາ ສົ່ງອອກສິນຄ້າມາຍັງ ຫວຽດນາມ ມີ: ຝຸ່ນເຄມີ, ສິນທະເລ, ເຫລັກກ້າ, ເພັດພອຍ, ອຸປະກອນການແພດ, ພາຫະນະຂົນສົ່ງ.