ການຊ່ວງເສັງນັບມື້ນັບເຄັ່ງຮ້ອນ

 ການຊ່ວງເສັງນັບມື້ນັບເຄັ່ງຮ້ອນ - ảnh 1
ບັນ​ດາ​ຜູ້​ສະ​ໝັກ​ເລືອກ​ຕັ້ງ ໃນ​ການ​ເລືອ​ກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ
(ພາບ: The Journal)

(vovworld) – ​​​​ການ​ຊ່ວງ​ເສັງ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ນັບ​ມື້​ນັບ​ເຄັ່ງ​ຮ້ອນ ໃນ​ສະ​ພາບ​ການ​ບັນ​ດາ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ແຖວ​ໜ້າ​ພວມ​ຕັ້ງ​ໜ້າ​ຍູ້​ແຮງບັ້​ນ​ຮົບ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຢູ່​ພາກ​ໃຕ້​ຂອງ​ປະ​ເທດນີ້. ການ​ຢັ່ງ​ຫາງ​ສຽງ​ທີ່​ໄດ້​ປະ​ກາດ​ໃນ​ວັນ​ທີ 1/4 ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຮ​ອບ​ທີ 1 ຂອງ​ການ​ເລືອກ​ຕັ້ງ​ຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 23/4 ຈ​ະ​ມາ​ເຖິງ, ອັດ​ຕາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ເຈດ​ຈ​ຳ​ນົງ​ປ່ອນ​ບັດ​ສະ​ໜັບ​ສະ​ໜູນ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຄົນ​ກາງ Emmanuel Macron ແລະ ທ່ານ​ນາງ Marine Le Pen, ​ປະ​ທານ​ພັກຝ່າຍ​​ຂວາແນວ​ໂຮມ​ປະ​ເທດ​ຊາດ (FN), ໄດ້​ຫລຸດ​ລົງ 1% ຕາມ​ລຳ​ດັບ 25% ແລະ 24%. ກົງ​ກັນ​ຂ້າມ, ອັດ​ຕາ​ຜູ້​ສະ​ໜັບ​ສະ​ໜູນ​ອະ​ດ​ີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Francois Fillon, ຕາງ​ໜ້າ​ໃຫ້​ຝ່າຍ​ຂວາ ແລະ ພັກ​ບັນ​ດາ​ສ​ະ​ມາ​ຊິກ​ຂອງ​ສາ​ທາ​ລະ​ນະ (LR) ໄດ້​ເພີ່ມ​ 2% ຂຶ້ນເປັນ 19%. ໃນ​ຂະ​ນະ​ນັ້ນ, ຕົວ​ເລກນີ້​ຂອງ​ການ​ນຳ​ຂະ​ບວນ​ການ​ຝ່າຍ​ຊ້າຍ “ປະ​ເທດ ຝ​ຣັ່ງ ບໍ່​ຍອມ​ຈຳ​ນົນ” Jean – Luc Melenchon ແມ່ນ 15%.


ຂ່າວ/ບົດ​ອື່ນ