ການດຶງດູດເງິນລົງທຶນຈາກຕ່າງປະເທດປີ 2014 ບັນລຸໄດ້ຄາດໝາຍທີ່ໄດ້ສາງອອກ

ການດຶງດູດເງິນລົງທຶນຈາກຕ່າງປະເທດປີ 2014 ບັນລຸໄດ້ຄາດໝາຍທີ່ໄດ້ສາງອອກ - ảnh 1
(ພາບປະກອບ)

(vovworld) – ຕາມ​ກະຊວງ​ແຜນການ ​ແລະ ການ​ລົງທຶນຫວຽດນາມ ​ແລ້ວ, ປີ 2014, ຫວຽດນາມ ​ໄດ້​ດຶງ​ດູດ​​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດໄດ້ 20,3 ຕື້ USD, ​ເພີ່ມ​ຂຶ້ນ 19% ​ເມື່ອ​ທຽບ​ໃສ່​ແຜນການ​ທີ່​ໄດ້​ວາງ​ອອກ​ໃຫ້​ປີ 2014. ບັນດາ​ໂຄງການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດປ່ອຍ​ເງິນ​ໄດ້ 12,3 ຕື້ USD. ຂົງ​ເຂດ​ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ ​ເຊິ່ງ​ແມ່ນ​ຂົງ​ເຂດ​ດຶງ​ດູດ​ໄດ້​ຄວາມ​ສົນ​ໃຈຈາກ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ຫຼາຍ​ກວ່າ​ໝູ່ ດ້ວຍ​ກວ່າ 770 ​ໂຄງການ​ຈົດ​ທະບຽນ​ໃໝ່, ຍອດ​ຈຳນວນ​ທຶນ​ສະໜອງໃໝ່ ​ແລະ ​ເພີ່ມ​ເຕີມ​ບັນລຸ​​ເກືອບ 14,5 ຕື້ USD. ​ໃນ​ຈຳນວນ 60 ປະ​ເທດ ​ແລະ ​ເຂ​ດ​ແຄ້ວ​ນທີ່​ມີ​ໂຄງການ​ລົງທຶນ​ເຂົ້າ​ຫວຽດນາມ ​ໃນ​ປີ 2014, ສ.​ເກົາຫຼີ ​ໄດ້​ນຳ​ໜ້າ​ດ້ວຍ​ຍອດ​ຈຳນວນທຶນ​ຈົດ​ທະບຽນ​ໃໝ່ ​ແລະ ທຶນ​ເພີ່ມ​ເຕີມ​ແມ່ນ 7,3 ຕື້ USD, ຖັດມາ​ແມ່ນ​ຮົ່ງກົງ (ຈີນ), ສິງກະ​ໂປ, ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ