ການນໍາ ລັດເຊຍ ແລະ ຕວກກີ ປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ

(VOVWORLD) - ວັນທີ 22 ຕຸລາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການພົບປະກັບຄູ່່ຕໍາແໜ່ງ ຕວກກີ Recep Tayyip Erdogan  ຢູ່ນະຄອນພັກຜ່ອນບໍາລຸງສຸຂະພາບ Sochi  ຂອງ ລັດເຊຍ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ.

ການນໍາ ລັດເຊຍ ແລະ ຕວກກີ ປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ - ảnh 1

ກໍາລັງທະຫານຕວກກີ ຢູ່ ຊີຣີ (ພາບ: THX/TTXVN)

        ການນໍາສອງທ່ານໄດ້ເຫັນດີຕໍ່ຂໍ້ຕົກລົງຮັບປະກັນກໍາລັງປະກອບອາວຸດ ຊາວ Kurd YPG ຢູ່ ຊີຣີ ຈະຖອນກໍາລັງອອກຈາກບໍລິເວນ ເຊິ່ງຢູ່ຫ່າງຈາກຊາຍແດນຕວກກີ ປະມານ 30 Km, ພ້ອມກັນນັ້ນ ສອງຝ່າຍ ຈະດໍາເນີນການລາດຕະເວນຮ່ວມຢູ່ “ເຂດປອດໄພ” ເຊິ່ງ Ankara  ມີຄວາມຫວັງຢາກປະຕິບັດ ຢູ່ເຂດພາກເໜືອ ຊີຣີ. ເລີ່ມແຕ່ຕອນບ່າຍວັນທີ 23 ຕຸລາ, ກໍາລັງສາລະວັດທະຫານ ລັດເຊຍ ແລະ ກໍາລັງທະຫານປ້ອງກັນຊາຍແດນ ຊີຣີ ຈະບຸກເຂົ້າບໍລິເວນດັ່ງກ່າວເພື່ອສ້າງເງື່ອນໄຂໃຫ້ແກ່ການຍົກຍ້າຍບັນດາມືປືນ YPG ກໍຄື ອາວຸດ ອອກຈາກ “ເຂດປອດໄພ” ເປັນເວລາປະມານ 6 ວັນ.

        ກ່າວຄໍາເຫັນໃນກອງປະຊຸມຖະແຫຼງຂ່າວຮ່ວມ ກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ພາຍຫຼັງການພົບປະເຈລະຈາ, ທ່ານປະທານາທິບໍດີ ຕວກກີ Tayyip Erdogan  ໄດ້ຊົມເຊີຍຂໍ້ຕົກລົງສະບັບນີ້ວ່າ ແມ່ນມີຄວາມໝາຍ “ປະຫວັດສາດ”. ທ່ານກໍໃຫ້ຮູ້ວ່າ ກອງທັບສອງຝ່າຍ ຈະດໍາເນີນການລາດຕະເວນຮ່ວມໃນບໍລິເວນ 10 ກິໂລແມັດ ຢູ່ຊາຍແດນທີ່ນອນໃນເຂດດິນແດນພາກເໜືອ ຊີຣີ. ໄປຄຽງຄູ່ກັນນັ້ນ, ກໍາລັງປະກອບອາວຸດຊາວ Kurd ກໍຈະຖອນກໍາລັງອອກຈາກເທດສະບານເມືອງ Manbij ແລະ Tel Rifaat.


 

ຕອບກັບ

ຂ່າວ/ບົດ​ອື່ນ