ການນາບຂູ່ວາງລະເບີດ ຢູ່ນະຄອນຫຼວງ ມົດສະກູ

(VOVWORLD) -ບັນດາເຈົ້າໜ້າທີ່ລັດເຊຍ ກໍຕ້ອງຍົກຍ້າຍປະຊາຊົນຢູ່ຕຶກອາຄານ 55 ແຫ່ງໃນນະຄອນ Saint Peterburg ແລະ ບາງນະຄອນອື່ນໆ ພາຍຫຼັງໄດ້ຮັບຄໍານາບຂູ່ເຊັ່ນດຽວກັນ.

  ນັກສຶກສາ, ພາລະກອນ, ສໍານັກງານຫ້ອງການ ແລະ ຜູ້ຊື້ເຄື່ອງຂອງນັບພັນຄົນ ຕ້ອງຍົກຍ້າຍອອກຈາກຕຶກອາຄານ ກວ່າ 100 ແຫ່ງໃນນະຄອນຫຼວງ ມົດສະກູ ເມື່ອວັນທີ 5 ກຸມພາ ຍ້ອນຖືກນາບຂູ່ວາງລະເບີດ. ອາທິດແລ້ວນີ້, ບັນດາເຈົ້າໜ້າທີ່ລັດເຊຍ ກໍຕ້ອງຍົກຍ້າຍປະຊາຊົນຢູ່ຕຶກອາຄານ 55 ແຫ່ງໃນນະຄອນ Saint Peterburg ແລະ ບາງນະຄອນອື່ນໆ ພາຍຫຼັງໄດ້ຮັບຄໍານາບຂູ່ເຊັ່ນດຽວກັນ. ສື່ມວນຊົນ ລັດເຊຍ ໃຫ້ຂ່າວວ່າ ປະມານ 2 ໝື່ນຄົນ ໃນນະຄອນຫຼວງມົດສະກູ ຕ້ອງຍົກຍ້າຍໄປບ່ອນທີ່ປອດໄພ ໃນວັນທີ 5  ກຸມພາ ເພື່ອໃຫ້ບັນດາເຈົ້າໜ້າທີ່ປະຕິບັດໜ້າທີີ່ ແຕ່ບໍ່ພົບເຫັນ ບໍ່ວ່າວັດຖຸລະເບີດໃດໆ. ການນາບຂູ່ວາງລະເບີດທັງໝົດ ກໍລ້ວນແຕ່ຖືກສົ່ງຜ່ານອີແມວ. ນີ້ແມ່ນການນາບຂູ່ວາງລະເບີດບໍ່ມີຈິງ ຄັ້ງຫຼ້າສຸດ ຢູ່ລັດເຊຍ ໃນໄລຍະມໍ່ໆມານີ້.


ຕອບກັບ

ຂ່າວ/ບົດ​ອື່ນ