ການນຳ ຈໍເຈຍ ປະເອີບໃຈຕໍ່ແງ່ຫວັງພົວພັນກັບລັດເຊຍ

ການນຳ ຈໍເຈຍ ປະເອີບໃຈຕໍ່ແງ່ຫວັງພົວພັນກັບລັດເຊຍ - ảnh 1
(ພາບປະກອບ)
(vovworld) - ວັນ​ທີ 05/02, ທ່ານ​ນາຍົກລັດຖະມົນຕີ ຈໍ​ເຈຍ Bidzina Ivanishvili ​ໄດ້​ສະ​ແດງ​ຄວາມ​ປະ​​ເອີບ​ໃຈຕໍ່​ແງ່​ຫວັງປະຕິ​ຮູບ​ການ​ພົວພັນ​ກັບ​ລັດ​ເຊຍ, ​ເຊິ່ງ​ເຄີຍ​ຖືກ​ແຕກ​ແຫງ​ຢ່າງ​ຮ້າຍ​ແຮງ ພາຍຫຼັງ​ການ​ປະ​ທະ​ກັນ​ດ້ານ​ການ​ທະຫານ​ເມື່ອ​ປີ 2008. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ ສະຫຼຸບ 3 ​ເດືອນ​ກວ່າ ​ແຫ່ງ​ການກຳ​ອຳນາດ​ຢູ່​ນະຄອນ​ຫຼວງ Tbilisi, ທ່ານ​ນາຍົກລັດຖະມົນຕີ Ivanisvili ​ໃຫ້​ຂໍ້​ສັງ​ເກດ​ວ່າ ຈໍ​​ເຈຍ ​ແລະ ລັດ​ເຊຍ ສາມາດ​ຟື້ນ​ຟູ​ການ​ພົວພັນ​ຢ່າງຮອບດ້ານ ​ແລະ ວິວັດ​ການ​ນີ້​ຖືກເລີ່​ມຕົ້ນ​ດ້ວຍ​​ເລື່ອງເຊື່ອມ​ຕໍ່​ການ​ພົວພັນ​ແລກປ່ຽນ​ດ້ານ​ການ​ຄ້າ. ການ​ນຳ ຈໍ​ເຈຍ ​ໃຫ້​ຮູ້​ວ່າ ທ່ານ​ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຈລະຈາ​ໂດຍ​ກົງ​ກັບ​ລັດ​ເຊຍ, ພ້ອມ​ທັງ​​ເນັ້ນ​ໜັກ​ວ່າ “ບັນດາ​ຜົນ​ງານ​ໃຫຍ່ຮຽກຮ້ອງ​ໃຫ້​ມີເວລາ​ຫຼາຍ”. ທ່ານ​ປະທານາທິບໍດີ Ivanisvili ກໍ​ສະ​ແດງ​ຄວາມ​ຫວັງ​ວ່າ ​ໃນ​ໄລຍະ 20 ປີ​ຈະ​ມາ​ເຖິງ, ຈໍ​​ເຈຍ ຈະ​ແມ່ນ​ສະມາຊິກ​ຂອງສະຫະພາບ​ເອີ​ລົບ (EU) ຢ່າງ​ເປັນ​ທາງ​ການ. ທ່ານ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສະໜັບສະໜູນ​ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ​ປະທານາທິບໍດີ Mikhail Saakashvilli ​ເຂົ້າ​ຮ່ວມການຊຸກຍູ້​ວິວັດ​ການ​ເຂົ້າ​​ເປັນ​ສະມາຊິກ EU ​ແລະ ອົງການ NATO.
ຂ່າວ/ບົດ​ອື່ນ