ກ​ານ​ນຳ ສ​ປ​ປ.ເກົາຫຼີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຍົກ​ສູງ​ການ​ພົວ​ພັນ​ກັບ ຈີນ ຂຶ້ນ​ສູ່​ລະ​ດັບ​ຍຸດ​ທະ​ສາດໃໝ່

(VOVWORLD) -ການນຳສປປ.ເກົາຫຼີ ໄດ້ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ສະພາບການໂລກມີການຜັນແປຢ່າງສັບສົນ, ສອງພັກ, ສອງລັດ ດ້ວຍຄວາມເຊື່ອໝັ້ນຢ່າງໝັ້ນແກ່ນຕໍ່ຄວາມຖືກຕ້ອງຂອງພາລະກຳສັງຄົມນິຍົມ, ຍູ້ໄວການມຸ່ງໄປເຖິງອະນາຄົດທີ່ສົດໄສກ່ວາອີກ, ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍດ້ວຍນ້ຳໃຈມິດຕະພາບ ລະຫວ່າງ ກອງທັບສອງປະເທດ ແລະ ການພົວພັນຖານອ້າຍນ້ອງກັນ.
ກ​ານ​ນຳ ສ​ປ​ປ.ເກົາຫຼີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຍົກ​ສູງ​ການ​ພົວ​ພັນ​ກັບ ຈີນ ຂຶ້ນ​ສູ່​ລະ​ດັບ​ຍຸດ​ທະ​ສາດໃໝ່ - ảnh 1ການນຳ ສປປ.ເກົາຫຼີ Kim Jong-un  (ພາບ: KCNA)

ວັນທີ 1 ກໍລະກົດ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ລົງຂ່າວວ່າ ໃນສານອວຍພອນທີ່ສົ່ງໄປຍັງ ທ່ານປະທານປະເທດຈີນ ສີຈິ້ນຜິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຈີນ,  ການນຳ ສປປ.ເກົາຫຼີ Kim Jong-un ໄດ້ໃຫ້ຄຳໝັ້ນສັນຍາຈະຍົກສູງການພົວພັນກັບ ຈີນ ຂຶ້ນສູ່ລະດັບຍຸດທະສາດໃໝ່.

ການນຳສປປ.ເກົາຫຼີ ໄດ້ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ສະພາບການໂລກມີການຜັນແປຢ່າງສັບສົນ, ສອງພັກ, ສອງລັດ ດ້ວຍຄວາມເຊື່ອໝັ້ນຢ່າງໝັ້ນແກ່ນຕໍ່ຄວາມຖືກຕ້ອງຂອງພາລະກຳສັງຄົມນິຍົມ, ຍູ້ໄວການມຸ່ງໄປເຖິງອະນາຄົດທີ່ສົດໄສກ່ວາອີກ, ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍດ້ວຍນ້ຳໃຈມິດຕະພາບ ລະຫວ່າງ ກອງທັບສອງປະເທດ ແລະ ການພົວພັນຖານອ້າຍນ້ອງກັນ. ພັກແຮງງານ ສປປ.ເກົາຫຼີ ດ້ວຍຄວາມສາມັກຄີກັບ ພັກກອມມູນິດຈີນ ຢ່າງໝັ້ນແກ່ນ ຈະຍົກການພົວພັນມິດຕະພາບ ລະຫວ່າງ ສປປ.ເກົາຫຼີ ແລະ ຈີນ ຂຶ້ນສູ່ລະດັບຍຸດທະສາດໃໝ່ ຕາມຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ ແລະ ຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ, ພ້ອມທັງເປັນການລະດົມກຳລັງໃຈຢ່າງແຮງ ໃຫ້ແກ່ພາລະກິດສ້າງສາສັງຄົມນິຍົມ.

ຕອບກັບ

ຂ່າວ/ບົດ​ອື່ນ