ການນຳ ອີຣານ ປະຕິເສດການເຈລະຈາ ກັບ ອາເມລິກາ

ການນຳ ອີຣານ ປະຕິເສດການເຈລະຈາ ກັບ ອາເມລິກາ - ảnh 1
ການ​ນຳ​ຈິດ​ໃຈ​ສູງ​ສຸດ​ຂອງ ອີຣານ ທ່ານ Ayatollah Ali Khamenei ​
(ພາບ: AP)

(vovworld) – ວັນ​ທີ 7/2, ການ​ນຳ​ຈິດ​ໃຈ​ສູງ​ສຸດ​ຂອງ ອີຣານ, ທ່ານ Ayatollah Ali Khamenei ​ໃຫ້​ຮູ້​ວ່າ: ປະ​ເທດ ສ ອິດສະ​ລາມ​ ບໍ່​ສົມ​​ໃຈ​ບໍ່​ວ່າການ​ເຈ​ລະ​ຈາ ​ໃດໆ ກັບ ອາ​ເມ​ລິ​ກາ ​ໃນ​ສະພາບ​ການ​ທີ່ ອາ​ເມ​ລິ​ກາ ​ພວມ​ເພີ່ມ​ຄວາມ​ດັນຕໍ່ ອີຣານ ຜ່ານ​​ບັນດາ​ມາດ​ຕະການ​ລົງ​ໂທດ. ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້ຍ​ທ່ານ Khamenie ຍົກ​ອອກ​ມາ​ພາຍຫຼັງ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Barack Obama ​ເປີດ​ກ້ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ຕໍ່ ອີຣານ 1 ວັນ. ກ່າວ​ຄຳ​ເຫັນ​ໃນ​ການ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ການ​ທະ​ຫານ ອີຣານ, ທ່ານ Khamenei ຖື​ວ່າ: ຂໍ້​ສະ​ເໜີ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ຂອງ ອາ​ເມ​ລິກາ ກ່ຽວ​ກັບການ​ເຈລະຈາ ກັບ ສ ອິດສະ​ລາມ ບໍ່​ມີ​ເລື່ອງ​ໃໝ່ ​ແລະ ອາ​ເມ​ລິ​ກາ ພວມ​ເພີ່ມ​ທະວີ​ມາດ​ຕະການ​ລົງ​ໂທດຕ່າງໆ​ເພື່ອ​​​ເຮັ​​ດ​ໃຫ້ປະ​ເທດ ອີຣານ ຖືກ​ຢຸດ​ສະຫງັກ. ສຳນັກ​ຂ່າວສານ Fars ຂອງ ອີຣານ ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ Khamenei ​ໂດຍຢັ້ງຢືນ​ວ່າ: ຂໍ້​ສ​ະເໜີມີ​ຄວາມ​ໝາ​ຍພຽງ​ແຕ່​ເມື່ອ ອາ​ເມລິ​ກາ ມີ​ເຈດ​ຕະນາ​ດີ​ໃນ​ບັນຫາ​ນີ້​ຢ່າງ​ແທ້​ຈິງ. ບັນ​ດາ​ມາດ​ຕະການ​ລົງ​ໂທດ ​ເພື່ອ​ແນ່​ໃສ່​ກໍ່​ຄວາມດັນ ກັບ ອີຣານ ບໍ່​ສາມາດ​ໄປ​ຄຽງ​ຄູ່​ກັບ​ບັນດາ​ການ​ເຈລະຈາ​ໄດ້ ​ແລະ ອີຣານ ຈະ​ບໍ່​ຮັບ​ຮູ້​ມາດ​ຕະການ​ນີ້.

ຂ່າວ/ບົດ​ອື່ນ