ການນຳກອງທັບ ອາເມລິກາ, ຈີນ ປຶກສາຫາລືທາງໄກ

(VOVWORLD) - ນີ້ແມ່ນການປຶກສາຫາລືຄັ້ງທຳອິດລະຫວ່າງການນຳກອງທັບຂອງ 2 ປະເທດ ເມື່ອນາຍພົນ Charles Q. Brown ຮັບດຳລົງຕຳແໜ່ງປະທານສະພາຫົວໜ້າເສນາທິການກຳລັງທະຫານປະສົມ ອາເມລິກາ
ການນຳກອງທັບ ອາເມລິກາ, ຈີນ ປຶກສາຫາລືທາງໄກ - ảnh 1ທ່ານ ນາຍພົນ Charles Q. Brown
(ພາບ: AFP/TTXVN)

        ວັນທີ 21 ທັນວາ, ທ່ານ ນາຍພົນ Charles Q. Brown, ປະທານສະພາຫົວໜ້າເສນາທິການກຳລັງທະຫານປະສົມ ອາເມລິກາ, ໄດ້ໂອ້ລົມທາງໂທລະສັບກັບທ່ານຫົວໜ້າເສນາທິການກົມເສນາທິການປະສົມ, ຄະນະພັກການທະຫານສູນກາງ ຈີນ ລືວເຈີນລີ. ທຳນຽບ 5 ແຈໄດ້ຍົກອອກຂໍ້ມູນຂ່າວດັ່ງກ່າວ, ພ້ອມທັງໃຫ້ຮູ້ວ່າ, ອາເມລິກາ ແລະ ຈີນ ໄດ້ເຊື່ອມຕໍ່ຊ່ອງທາງຕິດຕໍ່ລະຫວ່າງກອງທັບຂອງ 2 ປະເທດຄືນໃໝ່.

        ນີ້ແມ່ນການປຶກສາຫາລືຄັ້ງທຳອິດລະຫວ່າງການນຳກອງທັບຂອງ 2 ປະເທດ ເມື່ອນາຍພົນ Charles Q. Brown ຮັບດຳລົງຕຳແໜ່ງປະທານສະພາຫົວໜ້າເສນາທິການກຳລັງທະຫານປະສົມ ອາເມລິກາ ພາຍຫຼັງການຢັ້ງຢືນຂອງສະພາສູງເມື່ອເດືອນ ກັນຍາ. ປະຈຸບັນ, ຍັງບໍ່ທັນມີຂໍ້ມູນລະອຽດກ່ຽວກັບເນື້ອໃນຂອງການໂອ້ລົມສົນທະນາເທື່ອ.

        ບັນດາການຕິດຕໍ່ລະຫວ່າງ 2 ປະເທດຖືກຕັດຕອນ ໃນຂະນະທ່ານນາງ Nancy Pelosi ເວລານັ້ນແມ່ນປະທານສະພາຕ່ຳ ອາເມລິກາ ໄປຢ້ຽມຢາມເຂດຜືນແຜ່ນດິນ ໄຕ້ຫວັນ (ຈີນ) ໃນເດືອນ ສິງຫາ 2022.

ຕອບກັບ

ຂ່າວ/ບົດ​ອື່ນ