ການນຳຍີ່ປຸ່ນ-ສິງກະໂປເຈລະຈາເພີ່ມທະວີການພົວພັນສອງຝ່າຍ

ການນຳຍີ່ປຸ່ນ-ສິງກະໂປເຈລະຈາເພີ່ມທະວີການພົວພັນສອງຝ່າຍ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ
ພາບ:AFP/TTXVN

(vovworld)- ຕອນ​ຄ່ຳ​ວັນ​ທີ28/9, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຍີ່​ປຸ່ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ສິງ​ກະ​ໂປ ຫລີ​ຊຽງ​ຫລົງ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ຄູ​່ຕຳ​ແຫນ່ງປ​ະ​ເທດ​ເຈົ້າ​ພາບທ່ານ Shinzo Abe. ທີ່​ການ​ພົບ​ປະ, ທ່ານ​ຫລີ​ຊຽນ​ຫລົງ ຕາງ​ຫນ້າ​ໃຫ້​ພໍ່​ຂອງ​ທ່ານ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫລຽນ​ກວາງ​ຢູ ຮັບ​ຫລຽນ​ໄຊ​ຕາ​ເວັນ​ຂຶ້​ນ​ກໍ​ຄື​ປາດ​ຖະ​ຫນາ​ວ່າ ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຍີ່​ປຸ່ນ ແລະ ສິງ​ກະ​ໂປ ສືບ​ຕໍ່​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່. ສ່ວນ​ທ່ານ ຫລີ​ຊຽນ​ຫລົງ ຢືນ​ຢັນ: ພື້ນ​ຖານ​ການ​ຮ່ວມ​ມື​ລະ​ຫວ່າງ ຍີ່​ປຸ່ນ ແລະ ສິງ​ກະ​ໂປ ແມ່ນ​ການ​ຕັດ​ສິນ​ທີ່​ສະ​ຫລາດ​ສ່ອງ​ໃສ​ຂອງ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີກວາງ​ຢູ ກ່ອນນີ້ 50 ປີ.

ທີ່​ການ​ເຈ​ລະ​ຈາ, ການ​ນຳ​ສອງ​ທ່ານ​ຢືນ​ຢັນ​ວ່າ ຈະ​ຮ່ວ​ມ​ສຳ​ພັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ການ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ສຳ​ລັບ ສ​ປ​ປ ເກົາ​ຫລີ ພາຍ​ຫລັງ ພຽງ​ຢາງ​ ຍິງ​ລູກ​ສອນ​ໄຟ ແລະ ທົດ​ລອງ​ນິວ​ເຄຼຍ ຢ່າງ​ລຽນ​ຕິດ. ທ່ານ Abe ກໍ​ສະ​ເຫນີ​ແນະ ສິງ​ກະ​ໂປ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ລົດ​ໄຟ​ຄວາມ​ໄວ​ສູງ Shikansenຂອງ​ຍີ່​ປຸ່ນ ເຂົ້າ​ໃນ​ໂຄງ​ການກໍ່​ສ້າງ​ລົ​ດ​ໄຟ​ຄວາມ​ໄວ​ສູງ​ເຊື່ອມ​ຕໍ່​ສິງ​ກະ​ໂປ ກັບ​ນະ​ຄອນ​ຫລວງ ກົວ​ລາ​ລຳ​ເປ​ີ ຂອງ ມາ​ເລ​ເຊຍ.


ຕອບກັບ

ຂ່າວ/ບົດ​ອື່ນ