ການນຳນະຄອນໂຮ່ຈິມິນພົບປະກັບເຍົາວະຊົນເນື່ອງໃນໂອກາດຕົ້ນປີໃໝ່

ການນຳນະຄອນໂຮ່ຈິມິນພົບປະກັບເຍົາວະຊົນເນື່ອງໃນໂອກາດຕົ້ນປີໃໝ່ - ảnh 1
ການນຳນະຄອນໂຮ່ຈິມິນພົບປະກັບເຍົາວະຊົນເນື່ອງໃນໂອກາດຕົ້ນປີໃໝ່
(ພາບ: thanhnien.com.vn)

(vovworld)- ວັນ​ທີ 8/2, ຄະນະພັກ, ສະພາປະຊາຊົນ, ຄະນະກຳມະການ ປະຊາຊົນ, ຄະນະກຳມະການ ແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈິມິນໄດ້ຈັດການພົບປະສ້າງສັນ, ​ແລກປ່ຽນກັບ ສະມາຊິກກອງເຍົາວະຊົນ, ນັກຮຽນ ຂັ້ນປະຖົມ, ຂັ້ນມັດທະຍົມຕອນຕົ້ນທີ່ດີເດັ່ນຊຶ່ງມາຈາກ 24 ເມືອງໃນບໍລິເວນ ນະຄອນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ແທງ​ຫາຍ, ກຳມະການ​ກົມ​ການ​ເມືອງ, ລາ​ຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ​ຢືນຢັນ​ວ່າ ການ​ເບິ່ງ​​ແຍ່ງ ​ແລະ ສຶກສາ​ອົບຮົມ​ເດັກ ​ແມ່ນ​ບັນຫາ​ຍຸ​ດທະ​ສາດ, ຍາວ​ນານ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄວາມ​ຮູ້​ຄວາມສາມາດ​ເພື່ອ​ກໍ່ສ້າງ​ປະ​ເທ​ດພັດທະນາ. ທ່ານ​ເລ​ແທງ​ຫາຍ ​ເຊ​ື່ອໝັ້ນ​ວ່າ ​ເຍົາວະ​ຊົນ​ນະຄອນ​ຈະ​ສືບ​ຕໍ່​ຮ່ຳຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ, ສູ້​ຊົນ​ເຮັດ​ຕາມ​ແບບຢ່າງ​ປະທານ​ໂຮ່ຈິ​ມິນ​ເພື່ອ ກໍ່ສ້າງ​ປະ​ເທ​ດພັດທະນາ, ຮັ່ງມີ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ. 

ຂ່າວ/ບົດ​ອື່ນ