ການນຳບັນດາກະຊວງ, ຂະແໜງການຂອງລາວ ອວຍພອນວັນຊາດຫວຽດນາມຄົບຮອບ 72 ປີ

(VOVWORLD) - ຕອນເຊົ້າວັນທີ 1 ກັນຍາ, ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໂດຍທ່ານນາງ ສູນທອນ ໄຊຍະຈັກ, 
ການນຳບັນດາກະຊວງ, ຂະແໜງການຂອງລາວ ອວຍພອນວັນຊາດຫວຽດນາມຄົບຮອບ 72 ປີ - ảnh 1ທ່ານນາງ ສູນທອນ ໄຊຍະຈັກ ອວຍພອນວັນຊາດຫວຽດນາມ ຄົບຮອບ 72 ປີ ( 2/9/1945-2/9/2017 )

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ເປັນຫົວໜ້າຄະນະ ໄດ້ມາສະຖານທູດຫວຽດນາມຢູ່ນະຄອນຫຼວງວຽງຈັນ ອວຍພອນວັນຊາດຫວຽດນາມ ຄົບຮອບ 72 ປີ ( 2/9/1945-2/9/2017 ). ທ່ານ ນາງສູນທອນ ໄຊຍະຈັກ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຍາມໃດກໍ່ຮຽງບ່າຮຽງໄຫຼ່, ຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນໃນຕະຫຼອດຊຸມປີຜ່ານມາ. ທ່ານ ນາງ ສູນທອນ ເນັ້ນໜັກວ່າ ປີສາມັກຄີມິດຕະພາບ 2017 ແມ່ນໂອກາດທີ່ດີ ເພື່ອໃຫ້ປະຊາຊົນສອງປະເທດພ້ອມກັນຫວນຄືນບັນດາມູນເຊື້ອທີ່ດີງາມລະຫວ່າງສອງປະເທດ.

        ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຫງວຽນບ໋າຮຸ່ງ ໄດ້ສະແດງຄວາມປາຖະໜາວ່າ ພັກປະຊາຊົນປະຕິວັດລາວ ແລະ ບັນດາອົງການທີ່ກ່ຽວຂ້ອງຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ກັບສະຖານທູດຫວຽດນາມປະຈຳລາວ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງປີສາມັກຄີ 2017 ໃຫ້ປະສົບຜົນສຳເລັດ, ຜ່ານນັ້ນ, ຊ່ວຍໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈກວ່າ ກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອ, ມິດຕະພາບທີ່ດີງາມລະຫວ່າງສອງປະເທດຫວຽດນາມ-ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ