ການນຳບັນດາປະເທດສືບຕໍ່ອວຍພອນເລຂາທິການໃຫຍ່,ປະທານປະເທດຫງວຽນຝູຈ້ອງ

(VOVWORLD) -ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູູຈ້ອງ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດຊຸດທີ 14 ໃຫ້ດຳລົງຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ

ການນຳບັນດາປະເທດສືບຕໍ່ອວຍພອນເລຂາທິການໃຫຍ່,ປະທານປະເທດຫງວຽນຝູຈ້ອງ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

(ພາບ: zing.vn)

ການນຳລາຊະອານາຈັກກຳປູເຈຍ, ສ.ສິງກະໂປ, ຢູແກຼນ, ສປປ.ເກົາຫຼີ, ສ.ອິດສະລາມອີຣານ, ສ.ປານາມາ ແລະ ການນຳພັກຕ່າງປະເທດໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນ.

        ໃນຈົດໝາຍ, ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໃສຂອງທ່ານປະທານປະເທດ ຫງວຽນຝູຈ້ອງ, ປະເທດສສ.ຫວຽດນາມ ສືບຕໍ່ຍາດໄດ້ໄຊຊະນະໃຫຍ່ຫຼວງຫຼາຍຢ່າງ ແລະ ພັດທະນາວັດທະນາຖາວອນກວ່າອີກ, ສືບຕໍ່ຮັກສາບົດບາດສຳຄັນໃນພາກພື້ນ ແລະ ໃນໂລກ.

        ພ້ອມກັບຄຳອວຍພອນ, ທ່ານປະທານາທິບໍດີສ.ສິງກະໂປ Halima Yacob ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງ ເພື່ອແນໃສ່ເພີ່ມທະວີ ແລະ ນຳການພົວພັນລະຫວ່າງຫວຽດນາມ - ສິງກະໂປ ໃຫ້ຂຶ້ນສູ່ລະດັບສູງໃໝ່.

        ໃນໂທລະເລກອວຍພອນຂອງທ່ານປະທານາທິບໍດີຢູແກຼນ Petro Poroshenko ມີຕອນຂຽນວ່າ: “ຂ້າພະເຈົ້າປາດຖະໜາຢາກພົບປະກັບທ່ານໂດຍໄວ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື 2 ຝ່າຍ ແລະ ບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຜ່ານນັ້ນຊຸກຍູ້ການພົວພັນຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ຢູແກຼນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງກວ່າ”.

        ນອກນັ້ນ, ປະທານຄະນະປະຈຳກອງປະຊຸມປະຊາຊົນສູງສຸດປະເທດສປປ.ເກົາຫຼີ; ປະທານາທິບໍດີອິດສະລາມອີຣານ; ປະທານາທິບໍດີສ.ປານາມາ; ເລຂາທົ່ວປະເທດພັກກອມມູນິດຝລັ່ງ ກໍ່ໄດ້ສົ່ງໂທລະເລກອວຍພອນເຖິງທ່ານປະທານປະເທດແຫ່ງສສ.ຫວຽດນາມ ຫງວຽນຝູຈ້ອງ.

        ເອກອັກຄະລັດຖະທູດຂອງຫຼາຍປະເທດປະຈຳຫວຽດນາມ ກໍ່ໄດ້ສົ່ງຈົດໝາຍອວຍພອນ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ໃນນັ້ນມີບັນດາເອກອັກຄະລັດຖະທູດຈີເລ, ອາເມລິກາ, ສ.ສະຫະພັນບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ