ການນຳບັນດາປະເທດເອີລົບໃນ G8 ປຶກສາຫາລືບັນດາບັນຫາຮີບດ່ວນ

ການນຳບັນດາປະເທດເອີລົບໃນ G8 ປຶກສາຫາລືບັນດາບັນຫາຮີບດ່ວນ - ảnh 1
( ພາບປະກອບ )

( vovworld ) -   ວັນ​ທີ 17/5, ກອນ​ທີ່​ດຳ​ເນີນ​​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ ( G8 ) ​​ເປັນເວລາ​ໜື່ງວັນຢູ່​ອາ​ເມ​ລິ​ກາ, ການ​ນຳ​ບັນດາ​ປະ​ເທດ​ເອີ​ລົບ​​ເຊິ່ງ​ແມ່ນ​ສະມາຊິກກຸ່ມ G8 ( ​ເຊິ່ງລວມມີ ​ເຢຍລະ​ມັນ, ຝລັ່ງ, ອີ​ຕາ​ລີ ​ແລະ ອັງກິດ ) ພ້ອມ​ກັບ​ບັນດາ​​ເຈົ້າ​ນ້າ​ທີ່ຂັ້ນ​ສູງ​ຂອງສະຫະພາບ​ເອີ​ລົບ ( EU ) ​ໄດ້​ມີ​ການ​ເຈລະຈາ​ໂດຍ​ກົງ​ຜ່ານ​ເຄື່ອຄ່າ​ຍອີນ​ເຕີ​ແນ​ດ ​ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ​ໜິ້ສິນ​ຢູ່​ເອີ​ລົບ. ບັນດາ​ການ​ນຳ​ຂັ້ນ​ສູງ 4 ປະ​ເທດເຢຍລະ​ມັນ, ຝລັ່ງ, ອີ​ຕາ​ລີ ​ແລະ ອັງກິດ ກໍ​ຄື​ປະທານ​ສະພາ​ເອີ​ລົບ ​ແລະ ປະທານ​ຄະນະ​ກຳມະການ​ເອີ​ລົບ ​ໄດ້​ເຫັນ​ດີ​​ເປັນ​ເອກະສັນ​ນຳ​ກັນໂດຍ​ຖື​ວ່າ ທັງ 2 ໜ້າ​ທີ່​ປັບປຸງ​ງົບປະມານ ​ແລະ ການເຕີບ​ໂຕ​ລ້ວນ​ແຕ່​ມີ​ຄວາມ​ຈຳ​ເປັນ ​ເພື່​ອ​ແກ້​ໄຂ​ວິ​ກິດ​ການ​ໜິ້ສິນ​ໃນ Eurozone. ບັນດາ​ການ​ນຳ​ເອີ​ລົບ ກໍ​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມກ່ຽວ​ກັບ​ບັນດາ​ບັນຫາ​ໃນ​​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ G8 ທີ່​ຈະ​ມາ​ເຖິງ, ​​ເຕື້ອງຄືນ​ເຖິງການ​ສະໜັບສະໜູນ​ທີ່​ມີ​ຕໍ່​ອາ​ເມ​ລິ​ກາ ​ໃນ​ບົດບາດ​ເປັນ​ປະ​ທານ​ G8 ໃນ​ປະຈຸ​ບັນ ກໍ​ຄື​ຢືນຢັນ​ຄວາມ​ສຳຄັນ​ຂອງ​ເລື່ອງ​ເປີດ​ກວ້າງ​ການ​ພົວພັນ​ດ້ານການ​ຄ້າລະຫວ່າງ​ອາ​ເມ​ລິ​ກາ ​ແລະ EU.

ຂ່າວ/ບົດ​ອື່ນ