ການນຳຜູ້ທີ 2 ຂອງ IS ຖືກດັບສູນຢູ່ອີຣັກ

ການນຳຜູ້ທີ 2 ຂອງ IS ຖືກດັບສູນຢູ່ອີຣັກ - ảnh 1
ການ​ນຳ​ຜູ້​ທີ 2 ຂອງ IS ຖືກ​ດັບ​ສູນ​ຢູ່​ອີຣັກ
(ພາບ: BBC)


​(vovworld) – Abu Ala Afri, ການ​ນຳ​ຜູ້​ທີ 2 ຂອງ​ກຸ່ມ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ ຖືກ​ດັບ​ສູນ​ໃນ​ເຫດ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ທະຫານ​ປະສົມ​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ ຢູ່​ທາງ​ທິດ​ເໜືອ​ອີ​ຮັກ. ​ໃນ​ຖະ​ແຫຼ​ງການ​ໜຶ່ງ, ກະຊວງ​ປ້ອງ​ກັນ​ປະ​ເທດ​ອີຣັກ ຊີ້​ແຈ້ງວ່າ ​ໂດຍ​ອີງ​ໃສ່​ບັນດາ​ຂໍ້​ມູນ​ສືບ​ລາຊະ​ການ​ລັບຢ່າງຊັດ​ເຈນ, ທະຫານ​ປະສົມ​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ໃສ່ Abu Ala Afri ​ແລະ ບັນດາ​ສະມາຊິກ​ອື່ນ​ໃນ​ກຸ່ມ​ນີ້ ​ໃນ​ຂະນະ​ທີ່​ພວກ​ເຂົາ​ພວມ​ຈັດການ​ປະຊຸມ​ຢູ່​ໂບດ​ອິດສະ​ລາມເທດສະບານ​ເມືອງ Tal Afar, ຫ່າງ​ຈາກ​ນະ​ຄອນ​ຫຼວງ ​ແບກ​ແດດ ​ໄປ​ທາງ​ທິດ​ເໜືອ​ເກືອບ 400 ກ​.ມ.

ຂ່າວ/ບົດ​ອື່ນ