ການນຳພັກ, ລັດ ຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ ແລະ ປະຊາຊົນ

ການນຳພັກ, ລັດ ຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ ແລະ ປະຊາຊົນ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 07/02, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະ​ນະ​​ເລຂາສູນ​ກາງ​ພັກ, ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ພະນັກງານນັກ​ບິນ​ກອງພັນ​ໃຫຍ່ 935 - ກອງ​ພົນ​ກອງທັບ​ອາກາດ 370, ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດຫວຽດນາມ, ທີ່​ຕັ້ງ​ທັບ​ຢູ່​ບໍລິ​ເວນ​ແຂວງ​ດົ່ງ​ນາຍ. ​ໂອ້​ລົມ​ກັບ​ພະ​ນັກ​ງານ, ຮັກ​ຮົບ, ທ່ານ​ເລ​ຮົ່ງ​ແອ​ງ ​ໄດ້​​ໃຫ້​ຄຳ​ຕັດສິນ​ໃຈ​ວ່າ, ພະນັກງານ, ນັກຮົບສັງກັດກອງພັນ​ໃຫຍ່ 935 - ກອງ​ພົນ​ກອງທັບ​ອາກາດ 370 ຕ້ອງ​ຝຶກ​ຝົນ​ຫຼໍ່​ຫຼອມດ້ານ​ວິຊາ​ການ​, ກໍ່ສ້າງ​ຖັນ​ແຖວ​ນັກ​ບິນ​ທີ່​ມີ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ ​ແລະ ​ເປັນ​ເຈົ້າ​ການ​ນຳ​ໃຊ້​ພາຫະນະ, ອາວຸດ​ຍຸດທະ​ພັນທີ່​ທັນ​ສະ​ໄໝ; ຖື​ການ​ພົວພັນ​ກັບ​ປະຊາຊົນ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ເປັນ​ສຳຄັນ; ຍູ້​​ແຮງ​ການ​ປະຕິບັດບັ້ນ​ຂົນຂວາຍ “ຮໍ່າຮຽນ​ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ”; ຊາບ​ຊືມການປະຕິບັດ​ຕາມ​ມະຕິ​ສູນ​ກາງ​ຄັ້ງທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ.

ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ ດິງ​ເທ໋ຮີ​ງ, ກຳມະການ​ກົມ​ການ​ເມືອງ, ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ກອງ​ພົນທະຫານ​ບົກ 301, ກອງ​ບັນຊາ​ການ​ທະຫານ​ເຂດນະຄອນຫຼວງ, ຕັ້ງ​ທັບ​ຢູ່​ຕາ​ແສງ ອຽນ​​ເງ້ຍ, ​ເມືອງ ຮ່າ​ດົງ. ກ່າວ​ຄຳ​ເຫັນ​ໜ້າ​ທີ່​ນີ້, ທ່ານ ດິງ​ເທ໋ຮີ​ງ ​​ເນັ້ນ​ໜັກ​ວ່າ ປີ 2013, ກອງທັບ​ປະຊາຊົນ​ຫວຽດນາມ ​ເວົ້າ​ລວ​ມ ​ແລະ ກອງ​ພົນ 301 ​ເວົ້າ​ສະ​ເພາະ ຕ້ອງ​ປະຕິບັດ​ໜ້າ​ທີ່​ຝືກຊ້ອມ​ເປັນ​ຢ່າງ​ດີ, ກຽມພ້ອມ​ສູ້​ຮົບ, ຮັກສາ​ສະພາບ​​ແວດ​ລ້ອມ​ແຫ່ງສັນຕິພາບສະຖຽນ​ລະ​ພາບ​ຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ, ຊຸກຍູ້​ພາລະກິດ​ຫັນ​ປະ​ເທດ​ຊາດເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ; ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ​ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ. ກໍ່ສ້າງ​ກົມ​ກອງ​​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ, ກໍ່ສ້າງ​ອົງການ​ຈັດ​ຕັ້ງ​ພັກ​ຢ່າງ​ປອດ​ໄສ, ​ເຂັ້ມ​ແຂງ. ​ແລະ ກໍ​ໃນ​ຕອນ​ເຊົ້າ​ວັນ​ທີ 07/02, ທ່ານ ດິງ​ເທ໋ຮີ​ງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່ ບັນດາ​ຄອບຄົວ​ນະ​ໂຍບາຍ​​ໃນເມືອງ ຕື່ລຽມ, ຮ່າ​ໂນ້ຍ.

​ແລະ​ກໍ່​​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່ ປີ​ມະ​ເສ​ງ 2013, ​ຕອນ​ເຊົ້າ​ວັນ​ທີ 07/02, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸ໋ກ ​ໄດ້​ລົງ​ກວດກາ​ວຽກ​ງານ​ກະກຽມ​ການ​ສູ້​ຮົບ ​ແລະ ອວຍພອນ​ພະນັກງານ, ນັກຮົບ​ກອງພັນ​ໃຫຍ່​ຕຳຫຼວດ​ເຄື່ອນ​ທີ່ ດົງ​ບັ໋ກ ຂຶ້ນ​ກັບ​ກອງ​ບັນ​ຊາ​ການ​​ຕຳຫຼວດ​ເຄື່ອນ​ທີ່, ກະຊວງຕຳຫຼວດ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸ່ກ ​ໄດ້​ສະ​ເໜີ​ໃຫ້​ກຳລັງ​ຕຳຫຼວດ​ເຄື່ອນ​ທີ່ ຕ້ອງ​ເປັນ​ເຈົ້າ​ການ​ກຳ​​ແໜ້ນ​ສະພາບ​ການ, ປະຕິບັດ​ວຽກ​ງານ​ເປັນ​ເສນາ​ທິການ​ເປັນ​ຢ່າງ​ດີ ​ເພື່ອ​ຮັບ​ໃຊ້​ບັນດາ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ ​ໃນ​ທຸກ​ຂົງ​ເຂດ​ເປັນ​ຢ່າງ​ດີ; ​ເພີ່ມ​ທະວີ​ວຽກ​ງານ​ຝືກອົບຮົມ, ຝືກຊ້ອມ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມຮຽກຮ້ອງ​ຕ້ອງການ​ສູ້​ຊົບ​ໃນ​ທຸກ​ສະພາບ​ການ​ທີ່​ເກີດ​ຂຶ້ນ.

ຂ່າວ/ບົດ​ອື່ນ