ການນຳພັກ, ລັດ ໄປຢ້ຽມຢາມ, ອວຍພອນປີໃໝ່ຢູ່ຫົວໜ່ວຍຕ່າງໆ

(VOVWORLD) -ທ່ານ ຫວໍວັນເທືອງ ເນັ້ນໜັກວ່າ, ໂດຍແມ່ນກຳລັງຕຳຫຼວດໃນບໍລິເວນເຂດຕົວເມືອງໃຫຍ່ກວ່າໝູ່ໃນທົ່ວປະເທດ, ບັນດາພະນັກງານຕຳຫຼວດນະຄອນ ໂຮ່ຈີມິນ ຕ້ອງມານະພະຍາມຢ່າງໃຫຍ່ຫຼວງ ເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນ.
ການນຳພັກ, ລັດ ໄປຢ້ຽມຢາມ, ອວຍພອນປີໃໝ່ຢູ່ຫົວໜ່ວຍຕ່າງໆ - ảnh 1ທ່ານ ຫວໍວັນເທືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ພ້ອມກັບຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດກຳລັງຕຳຫຼວດນະຄອນ ໂຮ່ຈີມິນ
(ພາບ: CATP)

ຕອນບ່າຍວັນທີ 21 ມັງກອນ (ກົງກັບວັນທີ 30 ບຸນເຕັດ), ທ່ານ ຫວໍວັນເທືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ພ້ອມກັບຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດກຳລັງຕຳຫຼວດນະຄອນ ໂຮ່ຈີມິນ. ທີ່ການຢ້ຽມຢາມ, ທ່ານ ຫວໍວັນເທືອງ ເນັ້ນໜັກວ່າ, ໂດຍແມ່ນກຳລັງຕຳຫຼວດໃນບໍລິເວນເຂດຕົວເມືອງໃຫຍ່ກວ່າໝູ່ໃນທົ່ວປະເທດ, ບັນດາພະນັກງານຕຳຫຼວດນະຄອນ ໂຮ່ຈີມິນ ຕ້ອງມານະພະຍາມຢ່າງໃຫຍ່ຫຼວງ ເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນ. ທ່ານ ຫວໍວັນເທືອງ ອວຍພອນໃຫ້ພະນັກງານຕະຫຼວດນະຄອນທຸກຄົນ ປີໃໝ່ຈົ່ງປະຕິບັດສຳເລັດໜ້າທີ່ການເມືອງ, ສ້າງຜົນງານໃໝ່ຫຼາຍຢ່າງ, ປະກອບສ່ວນໃຫ້ແກ່ການພັດທະນາຂອງນະຄອນ ໂຮ່ຈີມິນ, ຄວາມສະຫງົບສຸກໃຫ້ປະຊາຊົນເວົ້າສະເພາະ ແລະ ການພັດທະນາ, ຄວາມສະຫງົບຂອງປະເທດຊາດເວົ້າລວມ.

ການນຳພັກ, ລັດ ໄປຢ້ຽມຢາມ, ອວຍພອນປີໃໝ່ຢູ່ຫົວໜ່ວຍຕ່າງໆ - ảnh 2(ທ່ານນາງ ເຈືອງທິມາຍ ມອບຂອງຂວັນບຸນເຕັດໃຫ້ກຳມະກອນຜູ້ອອກແຮງງານດີເດັ່ນ, ຜູ້ປະສົບກັບຄວາມຫຍຸ້ງຍາກ)

ຕອນຄ່ຳວັນທີ 21 ທັງກອນ, ກົງກັບຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ປີແມວ 2023, ຢູ່ແຂວງ ເລິມດົ່ງ, ທ່ານນາງ ເຈືອງທິມາຍ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ກຳມະກອນຜູ້ອອກແຮງງານດີເດັ່ນ, ຜູ້ປະສົບກັບຄວາມຫຍຸ້ງຍາກຂຶ້ນກັບບໍລິສັດຫຸ້ນສ່ວນບໍລິການຕົວເມືອງ ດ່າລາດ. ເນື່ອງໃນໂອກາດຕ້ອນຮັບບຸນເຕັດປະຈຳຊາດ, ທ່ານນາງ ເຈືອງທິມາຍ ໄດ້ສົ່ງຄຳອວຍພອນອັນປະເສີດມາຍັງພະນັກງານ, ກຳມະກອນທຸກຖ້ວນໜ້າ ແລະ ມອບຂອງຂວັນບຸນເຕັດ 50 ພູດ ຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ ມອບໃຫ້ຜູ້ອອກແຮງງານດີເດັ່ນ, ຜູ້ປະສົບກັບຄວາມຫຍຸ້ງຍາກຂອງບໍລິສັດຫຸ້ນສ່ວນການບໍລິການຕົວເມືອງ ດ່າລາດ.

ຕອບກັບ

ຂ່າວ/ບົດ​ອື່ນ