ການນຳພັກ, ລັດໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ທ້ອງຖີ່ນຕ່າງໆ

ການນຳພັກ, ລັດໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ທ້ອງຖີ່ນຕ່າງໆ - ảnh 1
ທ່ານເລຂາທິການໃຫຍ່ລົງຢ້ຽມຢາມພໍ່ແມ່ນປະຊາຊົນຊາວປະມົງ
(ພາບ: http://nguyenphutrong.net)

ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ຢູ່​ບາງ​ແຂວງ​ພາກ​ກາງ, ​ໃນ​ລະຫວ່າງ​ວັນ​ທີ 14 ​ແລະ 15/1, ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກອມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​​ໃໝ່ ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ກວາງ​ຫງາຍ. ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່​ໄດ້​ຕັກ​ເຕືອນ​ວ່າ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຄວນ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຕາ​ແສງ​ທຸກ​ຍາກ, ຄອບຄົວ​ນອນ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ, ຄອບຄົວ​ຊາວ​ປະມົງ​ທີ່​ປະສົມ​ກັບ​ຄວາມ​ຫຍຸງຍາກ​ຍ້ອນ​ໄພ​ທຳ​ມະ​ຊາດ, ​ໄພ​ນ້ຳ​ຖ້ວມ, ​ເພື່ອ​​ໃຫ້​ທຸກ​ຄອບຄົວ​ໄດ້​ຮັບ​ບຸນ​ເຕັດ​ຢ່າງ​ມ່ວນ​ຊື່ນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ສາມັກຄີ, ຄວາມ​ຕັດສິນ​ໃຈ​ສ້າງ​ສາບ້ານ​ເກີດ​ເມືອງນອນ ກວາງ​ຫງາຍ ທີ່​ມີ​ມູນ​ເຊື້ອ​ປະຕິວັດ​ໃຫ້​ນັບ​ມື້​ນັບ​​ຮັ່ງມີ​ເຂັມ​ແຂງ ​ແລະ ອິມໜຳ​ສຳລານ. ນອກ​ຈາກ​ເລື່ອງ​ເອົາ​ໃຈ​ໃສ່​ເຖິງ​ອາຊີບ​ຫາ​ປາ​ແລ້ວ, ທ່ານ​ເລຂາທິການ​ໃຫຍ່​ຍັງ​ຕັກ​ເຕືອນ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຄວນ​​ເອົາ​ໃຈ​ໃສ່​​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ແຄມ​ທະ​ເລ, ລົງທຶນ​ເພື່ອ​ມີ​ບັນດາ​ຮາກ​ຖານ​ຜະລິດ, ປຸງ​ແຕ່ງ, ຈຳໜ່າຍຜະລິດ​ຕະພັນ​ຂອງ​ພໍ່​ແມ່ພີ່ນ້ອງ​ປະມົງ. ພັດທະນາ​ເສດຖະກິດ​ທະ​ເລ​ແມ່ນ​ແຜນ​ນະ​ໂຍບາຍ​ຢ່າງ​ຖືກຕ້ອງ​ແຕ່​ໃນ​​ການ​ເຄື່ອນ​ໄຫວ​ຫາ​ປາ, ພໍ່​ແມ່​ປະຊາຊົນ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ຕາມ​ຮູບ​ແບບ​ສະຫະກອນ, ຊ່ວຍ​ເຫຼືອ​ກັນ ​ເມື່ອ​ຫາ​ປາ​​ບົນ​ທະ​ເລ, ທັງ​ພັດທະນາ​​ເສດຖະກິດ, ສ້າງ​ຄວາມຮັ່ງມີ​ໃຫ້​ແກ່​ຄອບຄົວ, ທັງ​ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ເຂດໜູ່​ເກາະທະ​ເລ​ຂອງປະ​ເທດ​ຊາດ.
ແລະ​ກໍ​ໃນຕອນ​ເຊົ້າ​ວັນ​ທີ 15 ມັງກອນ, ​ເມື່ອລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເວ໋, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາສູນ​ກາງ​ພັກ ​ໄດ້​ສະ​ແດງ​ຄວາມ​ເບີກບານ​ໃຈຕໍ່​ບັນດາ​ຜົນງານ​ເຊິ່ງອົງຄະ​ນະ​ພັກ ​ແລະ ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເວ​ບັນລຸ​ໄດ້​ໃນ​ປີ 2011. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ເຖິງ​ວ່າ​ແຂວງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງທ້າ​ທ້າຍ​ຫຼາຍ​ຢ່າງ ​ແຕ່​ບັນດາຕົວ​ເລກ​ຄາດ​ເກືອບ​ທັງ​ໝົດກ່ຽວ​ກັບ​ເສດຖະກິດ​ສັງຄົມ​ລ້ວມ​ແຕ່​ບັນລຸ​ໄດ້ ​ແລະ ​ລື່ນ​ກ່າຍ​​ແຜນ​ການ​ທີ່​ໄດ້​ວາງ​ອອກ, ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ເສດຖະກິດ​ບັນລຸ​ກວ່າ 11%, ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ການ​ເມືອງ, ​ຊີວິດ​ສັງ​ຄົມ​ໄດ້​ຮັບ​ການ​ຮັບປະກັນ. ​ເພື່ອກະ​ກຽມຕ້ອນ​ຮັບ​ບຸນ​ປີ​ໃໝ່​ປີ​ມະ​ໂຮງ, ​ທາງແຂວງ​ໄດ້​ຮັກ​ເງິນ 11 ຕຶ້ດົງ, ​ເຂົ້າສານ 1000 ​ໂຕນ ​ແລະ ຂອງຂວັນ​​ເພື່ອມອບ​ໃຫ້​ຄອບ​ຄົວນອນ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ​. ທ່ານ ​ເລ​ຮົ່ງ​ແອ​ງກໍ່​ສະ​ເໜີ​ອົງຄະ​ນະ​ພັກ​ແຂວງ ​ເທື່ອ​ທຽນ​ເວ໋ ຄວນ​ສືບ​ຕໍ່​ຍົກສູງ​ມູນ​ເຊື້ອ​ສາມັກຄີ, ​ເອົາ​ໃຈ​ໃສ່​ເຖິງ​ຮາກ​ຖານ ​ແລະ ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ເຂ​ດປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສຸມ​​ທຸກ​ແຫຼ່ງກຳລັງ​ເພື່ອກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ .

ຂ່າວ/ບົດ​ອື່ນ