ການນຳພັກ ແລະ ລັດ ຫວຽດນາມ ເຈລະຈາກັບປະທານວຸດທິສະພາ ມ້ຽນມາ

 ການນຳພັກ ແລະ ລັດ ຫວຽດນາມ ເຈລະຈາກັບປະທານວຸດທິສະພາ ມ້ຽນມາ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung  ຕ້ອນຮັບ ທ່ານ Khyn Aung Myint ປະທານວຸດທິສະພາ ມ້ຽນ​ມາ

(vovword)- ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung, ຄະນະ​ຜູ້​ແທນ​ວຸດທິສະພາ​ ມ້ຽນ​ມາ ​ໂດຍ​ທ່ານ Khyn Aung Myint ປະທານວຸດທິສະພາ ມ້ຽນ​ມາ ນຳ​ຫນ້າ ​ໄດ້​ມາ​ຮອດ​ນະຄອນຫລວງ ຮ່າ​ໂນ້ຍ ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 20 - 24/6. ຕອນ​ເຊົ້າ​ວັນ 22/6, ພິທີ​ຕ້ອນຮັບ​ທ່ານປະທານວຸດທິສະພາ ມ້ຽນ​ມາ ​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​. ພາຍຫລັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກັບ​ປະທານວຸດທິສະພາ ມ້ຽນ​ມາ Khyn Aung Myint. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung  ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ ມ້ຽນ​ມາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ​ແລະ ປະທານວຸດທິສະພາມ້ຽນ​ມາ Khyn Aung Myint ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ: ສອງ​ຝ່າຍ​ຄວນ​ສືບ​ຕໍ່​ຮັກສາ​ການ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ​ເພື່ອ​ຮຳ່ຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ເຄື່ອນ​ໄຫວ​ນິຕິບັນຍັດ ​ແລະ ຕິດ​ຕາມ​ກວດກາ, ​ເພີ່ມ​ທະວີ​ກາ​ນ​ພົບ​ປະ​ແລກປ່ຽນ​ວຽກ​ງານ​ລະຫວ່າງ​ອົງການ​ວິຊາ​ສະ​ເພາະ​ຂອງ​ສອງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ. ສອງ​ຝ່າຍ​ກໍ​ເປັນ​ເອກະ​ພາບ ຈະ​ຊຸກຍູ້​ເລື່ອງ​ສ້າງ​ຫນ່ວຍ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ ຫວຽດນາມ,​ ມ້ຽນ​ມາ ​ແລະ ມ້ຽນ​ມາ - ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ສະ​ເຫ​ນີ​ໃຫ້​ສອງ​ຝ່າຍ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ທັງ​ສອງ​ປະ​ເທດ, ພ້ອມ​ທັງ​ສືບ​ຕໍ່​ຮ່ວມ​ມື ​ແລະ ສະຫນັບສະຫນູນ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ສອງ​ປະ​ເທດ​ໃນ​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ. ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານປະທານວຸດທິສະພາ ມ້ຽນ​ມາ Khyn Aung Myint. ທ່ານ​ປະທານ​ປະ​ເທດ ຫວຽດນາມ ປາດ​ຖະຫນາ​ຢາກ​ໃຫ້ສອງ​ອົງການ​ນິຕິບັນຍັດ​ຂອງ​ສອງ​ປະ​ເທດ ຮ່ວມ​ມື​ກັນ​ຢ່າງ​ແຫນ້ນ​ແຟ້ນກວ່າ ​ແລະ ສອງ​ຝ່າຍ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ​, ​ເປັນ​ຕົ້ນ​​ໃນ​ດ້ານ​ວັດທະນະທຳ ​ແລະ ການທ່ອງທ່ຽວ.

ຂ່າວ/ບົດ​ອື່ນ