ການນຳພັກປະຊາທິປະໄຕໃນສະພາຕ່ຳອາເມລິກາຈະຢ້ຽມຢາມຫວຽດນາມ
ເຍີດກິ່ງ,ນັກຂ່າວVOVປະຈຳອາເມລິກາ -  
ທ່ານນາງ Nancy Pelosi ແລະ ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ
|
(vovworld) – ຕອນບ່າຍວັນທີ 23/3 (ຕາມເວລາທ້ອງຖິ່ນ), ການນຳພັກປະຊາທິປະໄຕຢູ່ສະພາຕ່ຳ ອາເມລິກາ ທ່ານນາງ Nancy Pelosi, ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ແລະ ແລກປ່ຽນກ່ຽວກັບການພົວພັນລະຫວ່າງ 2 ປະເທດ, ໃນນັ້ນມີການຢ້ຽມຢາມ ຫວຽດນາມ ໄລຍະມໍ່ໆມານີ້ຂອງຄະນະສະມາຊິກສະພາແຫ່ງຊາດຂັ້ນສູງ ອາເມລິກາ. ທີ່ການພົບປະ, ສະມາຊິກສະພາຕ່ຳ Pelosi ຕີລາຄາສູງການພັດທະນາຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ, ພ້ອມທັງຢັ້ງຢືນວ່າ: ລະຫວ່າງ 2 ຝ່າຍມີຜົນປະໂຫຍດຫຼາຍຢ່າງທີ່ຄ້າຍຄືກັນອັນໃຫຍ່ຫຼວງ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາກ່ວາອີກ. ທ່ານນາງ Pelosi ສະແດງຄວາມເຊື່ອໝັ້ນວ່າ: 2 ປະເທດຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງແຕ່ລະຝ່າຍ ແລະ ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບຢູ່ ອາຊີ - ປາຊີຟິກ ແລະ ໃນໂລກ. ການນຳພັກປະຊາທິປະໄຕ ຢູ່ສະພາຕ່ຳ ໃຫ້ຮູ້ວ່າ: ທ່ານ ລໍຄອຍການຢ້ຽມຢາມ ຫວຽດນາມ ໃນເວລາຈະມາເຖິງ ເພື່ອໄດ້ເຫັນປະຈັກຕາການພັດທະນາທີ່ປະທັບໃຈຂອງ ຫວຽດນາມ, ກໍ່ຄືແລກປ່ຽນກ່ຽວກັບມາດຕະການເພີ່ມທະວີການພົວພັນລະຫວ່າງ 2 ປະເທດ. ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ຢັ້ງຢືນຈະສົມທົບກັບບັນດາອົງການພາຍໃນປະເທດເພື່ອຮັບປະກັນ ໃຫ້ແກ່ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງ Pelosi ພ້ອມກັບຄະນະສະມາຊິກສະພາແຫ່ງຊາດ ອາເມລີກາ ຊຶ່ງຄາດວ່າຈະດຳເນີນໄປໃນວັນທີ 30/3 – 1/4/2015 ບັນລຸຜົນສຳເລັດ. ນີ້ໄດ້ຮັບຖືວ່າແມ່ນການຢ້ຽມຢາມຂັ້ນສູງເປີດສາກຂອງຝ່າຍ ອາເມລິກາ ເຖິງ ຫວຽດນາມ ເນື່ອງໃນໂອກາດ 2 ປະເທດສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.
ເຍີດກິ່ງ,ນັກຂ່າວVOVປະຈຳອາເມລິກາ