ການນຳພັກ,ລັດຖະບານຫວຽດນາມຕ້ອນຮັບລັດຖະມົນຕີການຕ່າງປະເທດກຸຍບາ

ການນຳພັກ,ລັດຖະບານຫວຽດນາມຕ້ອນຮັບລັດຖະມົນຕີການຕ່າງປະເທດກຸຍບາ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກຸຍ​ບາ Bruno Rodriguez Parrilla
ແລະ ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ

(vovworld) – ​ໃນ​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກຸຍ​ບາ Bruno Rodriguez Parrilla, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ສະ​ແດງ​ຄວາມ​ພາກພູມ​ໃຈ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ເຊິ່ງພັກ, ລັດ ​ແລະ ປະຊາຊົນ ກຸຍ​ບາ ບັນລຸ​ໄດ້​ໃນ​ວິວັດ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 6 ຂອງພັກ​ກອມ​ມູນິດ​ ກຸຍ​ບາ ​ແລະ ສະ​ແດງ​ຄວາມ​​ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພັກ​ກອມ​ມູນິດ ກຸຍ​ບາ, ປະ​ຊາ​ຊົນ ກຸຍ​ບາ ຈະ​ປະຕິບັດ​ພາລະກິດຫັນ​ປ່ຽນ​​​ຮູບ​ແບບ​ເສດຖະກິດ​ສຳ​ເລດເພື່ອ​ນຳ ກຸຍ​ບາ ສືບ​ຕໍ່​ພັດທະນາ​ຕາມ​ເສັ້ນ​ທາງ​ສັງຄົມ​ນິຍົມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ຂອບ​ອົບ​ຂອບ​ໃຈຄວາມ​ສາມັກຄີ ​ແລະ ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ເຊິ່ງພັກ, ລັດ ​ແລະ ປະຊາຊົນ ກຸຍ​ບາ ສະຫງວນ​ໃຫ້ ຫວຽດນາມ, ຢັ້ງຢືນ​ການ​ສະໜັບສະໜູນ, ຄວາມ​ສາມັກຄີ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ປະຊາຊົນ ຫວຽດນາມ ສຳລັບ​ພາ​ລະ​ກິດ​ຕໍ່ສູ້​​ວິລະ​ຊົນ​ຂອງ​ປະຊາຊົນ ກຸຍ​ບາ​ອ້າຍ​ນ້ອງ.

    ກ່ອນ​ໜ້າ​ນັ້ນ, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ໜ້າ​ຄວາມ​ຄືບ​ໜ້າ​ອັນ​ດີ​ງາມຂອງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ຫວຽດນາມ - ກຸຍ​ບາ​, ຢັ້ງຢືນ​ວ່າ: ຫວຽດນາມ ຍາ​ມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ຊອກ​ຫາ​ທຸກໆ​ມາດ​ຕະການ​ພ້ອມ​ກັບ ກຸຍ​ບາ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກໆ​ຂົງ​ເຂດ​​ໃຫ້ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​ເພື່ອ​ຜົນປະ​ໂຫຍ​ດລວມຂອງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ວ່າ: ​ໃນ​ຂ​ອບ​ເຂດ​ຂອງ​ກອງ​ປະຊຸມ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ 2 ປະ​ເທດ ຈະ​ມາ​ເຖິງ ຢູ່​ນະຄອນຫຼວງ La Habana, 2 ຝ່າຍຕ້ອງ​ສຸມ​ໃສ່​ແລກປ່ຽນ, ຫັນ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ກາຍ​ເປັນ​ບັນດາ​ໂຄງການຮ່ວມ​ມື​ລະອຽດ.


ຂ່າວ/ບົດ​ອື່ນ