ການ​ນຳ​ລັດ​ເຊຍ ແລະ ຝ​ລັ່ງ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັກ​ສາ​ການ​ພົບ​ປະກັນ

(VOVWORLD) -ວັນທີ 3 ກຸມພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຮ່ວມຕຳແໜ່ງ ຝລັ່ງ Emmanuel Macron ໄດ້ມີການເຈລະຈາຜ່ານທາງໂທລະສັບຄັ້ງທີ 3 ໃນຮອບເວລາ 7 ວັນຜ່ານມາ.
ການ​ນຳ​ລັດ​ເຊຍ ແລະ ຝ​ລັ່ງ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັກ​ສາ​ການ​ພົບ​ປະກັນ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຮ່ວມຕຳແໜ່ງ ຝລັ່ງ Emmanuel Macron ເຈລະຈາຜ່ານທາງໂທລະສັບ (ພາບ: ກະຊວງການຕ່າງປະເທດ ລັດເຊຍ)

ທີ່ການເຈລະຈາ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບວິກິດການ ຢູແກຼນ ແລະ ບັນຫາຮັບປະກັນຄວາມປອດໄພ. ໃນຖະແຫຼງການ ວັງ Kremlin  ໃຫ້ຮູ້ວ່າ ການນຳ 2 ທ່ານສືບຕໍ່ມີການ “ສົນທະນາທີ່ແທດຈິງ” ກ່ຽວກັບສະພາບການຢູ່ ຢູແກຼນ ກໍຄືບັນດາບັນຫາທີ່ກ່ຽວຂ້ອງເຖິງຂໍ້ລິເລີ່ມຂອງ ລັດເຊຍ ແນໃສ່ຍົກອອກບັນດາມາດຕະການຮັບປະກັນຄວາມໝັ້ນຄົງຍາວນານກ່ຽວກັບນິຕິກຳໃຫ້ແກ່ ລັດເຊຍ.  ຄຽງຂ້າງນັ້ນ, ການນຳສອງທ່ານກໍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສາກົນໃນສະພາບການທີ່ ຝລັ່ງ ດຳລົງຕຳແໜ່ງປະທານສະພາເອີຣົບ, ພ້ອມທັງເຫັນດີເປັນເອກະພາບຮັກສາບັນດາການພົບປະ.

ກ່ອນໜ້ານັ້ນ, ວັນທີ 28 ແລະ ວັນທີ 31 ມັງກອນ, ການນຳສອງທ່ານ ລັດເຊຍ ແລະ ຝລັ່ງ ກໍໄດ້ມີບັນດາການເຈລະຈາຜ່ານທາງໂທລະສັບ, ແລກປ່ຽນທັດສະນະກ່ຽວກັບບັນຫາບັນຫາທີ່ກ່ຽວຂ້ອງເຖິງຄວາມເຄັ່ງຕຶງລະຫວ່າງ ລັດເຊຍ ແລະ ຝ່າຍຕາເວັນຕົກໃນໄລຍະຜ່ານມາ.


ຕອບກັບ

ຂ່າວ/ບົດ​ອື່ນ