ການນຳລັດເຊຍ,ອາເມລິກາໂອ້ລົມທາງໂທລະສັບກ່ຽວກັບສະພາບການຊີຣີ

ການນຳລັດເຊຍ,ອາເມລິກາໂອ້ລົມທາງໂທລະສັບກ່ຽວກັບສະພາບການຊີຣີ - ảnh 1
ທ່ານ​ປະທານາທິບໍດີ ລັ​ດ​ເຊຍ Vladimir Putin ​ແລະ  ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama
(ພາບ: Reuters)

(vovworld) –  ວັນ​ທີ 14/2, ທ່ານ​ປະທານາທິບໍດີ ລັ​ດ​ເຊຍ Vladimir Putin ​ໄດ້​​ໂອ​້ລົມ​ທາງ​ໂທລະສັບ​ກັບ​ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ Barack Obama ​ເພື່ອ​ປຶກສາ​ຫາລື ກ່ຽວ​ກັບ​ບັນ​ຫາ ຊີຣີ. ການ​ນຳ 2 ທ່ານ ​ໄດ້​ຕີ​ລາຄາ​ຕັ້ງ​ໜ້າ​ກ່ຽວ​ກັບ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ເຈລະຈາ​ຢູ່ Munich, ປະ​ເທດ ​ເຢຍລະ​ມັນ ​ໃນ​ອາທິດ​ກ່ອນ, ພ້ອມ​ທັງ​​ເອີ້ນວ່າ: ​ນີ້​ແມ່ນ​ການ​ແລກປ່ຽນ “ກົງ​ໄປ​ກົງ​ມາ ​ແລະ ​ແທ​ດຈິງ”. ທ່ານ​ປະທານາທິບໍດີ Vladimir Putin ​ໄດ້​ຢືນ​ຢັນຄື​ນ​ໃໝ່​ວ່າ: ສຳພັນ​ທະມ​ິດ​ເປັນ​ເອກະ​ພາບ​ກັນ​ເພື່ອຕ້ານກໍ່​ການ​ຮ້າຍ​ຢູ່ ຊີຣີ ແມ່ນ​ຈຳ​ເປັນທີ່​ສຸດ. ການ​ນຳ 2 ທ່ານ​ກໍ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ດຳ​ເນີນການ​ເຄື່ອນ​ໄຫວ​ຮ່ວມ​ມື​ຜ່ານ​ບັນດາ​ອົງການ​ອື່ນໆ ທາງ​ການ​ທູ​ດ ​ແລະ ອົງການ​ເພື່ອ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ຊົ່ວຄາວ​ທີ່​ບັນ​ລຸ​ໄດ້​ຢູ່ Munich ​ໃນ​ວັນ​ທີ 11/2 ຜ່ານ​ມາ. ລັດ​ເຊຍ ຄັດຄ້ານ​ທຸກ​ການ​ກະທຳ​ແຊກ​ແຊງ​ທາງບົກ​ຢູ່ ຊີຣີ, ​ໃນ​ສະພາບ​ການ ຕວກກີ ພວມ​ຄິດ​ໄລ່​ຊັ່ງຊາ​​ຜັນ​ຂະຫຍາຍການ​ບຸກ​ໂຈມ​ຕີ​ທາງ​ບົກ ພ້ອມ​ກັບ​ກຳລັງ ອາຣັບບີ ຊາ​ອຸ​ດິ ຄຽງ​ຄູ່​ກັບ​ການ​ຍິງ​ທຳລາຍ​ບັນດາ​ສະຖານ​ທີ​ຂອງ​ອຳນາດ​ການ​ປົກຄອງ ຊີຣີ ​ແລະ ຊາວ Kurd.

ຂ່າວ/ບົດ​ອື່ນ