ການນຳລາຊະອານາຈັກ ກຳປູເຈຍ ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ

(VOVWORLD) - ແນວທາງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ກຳປູເຈຍ ຮັກສາ ແລະ ເສີມຂະຫຍາຍການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ

 ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ກຳປູເຈຍ, ວັນທີ 10 ມັງກອນ, ທີ່ນະຄອນຫລວງ ພະນົມເປັນ, ຄະນະຜູ້ແທນຂັ້ນສູງຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ, ໂດຍທ່ານ ເຈິ່ນເກີມຕູ໊, ເລຂາສູນກາງພັກ, ປະທານຄະນະກຳມະການກວດກາສູນກາງພັກເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບປະທານກິດຕິມະສັກພັກປະຊາຊົນ ກຳປູເຈຍ (CPP), ປະທານສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ Samdech Heng Samrin; ຮອງປະທານ CPP, ປະທານສະພາສູງລາຊະອານາຈັກ ກຳປູເຈຍ Samdach Say Chhum; ກຳມະການຄະນະປະຈຳ, ຄະນະປະຈຳສູນກາງພັກ CPP, ຮອງນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ Men Sam An.

        ທີ່ບັນດາການຕ້ອນຮັບ, ທ່ານ ເຈິ່ນເກີມຕູ໊ ໄດ້ຢືນຢັນແນວທາງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ກຳປູເຈຍ ຮັກສາ ແລະ ເສີມຂະຫຍາຍການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ ບົນພື້ນຖານບັນດາຫຼັກການ ແລະ ທິດທາງໃຫຍ່ ເຊິ່ງ 2 ພັກ, 2 ລັດໄດ້ເຫັນດີເປັນເອກະພາບເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາວັດທະນາຖາວອນຂອງແຕ່ລະປະເທດ.

        ບັນດາການນຳສະພາສູງ, ສະພາແຫ່ງຊາດ, ລັດຖະບານແຫ່ງລາຊະອານາຈັກ ກຳປູເຈຍ ໄດ້ຊົມເຊີຍບັນດາຜົນງານໃຫຍ່ຫລວງ, ມີຄວາມໝາຍປະຫວັດສາດ ເຊິ່ງ ຫວຽດນາມ ບັນລຸໄດ້ໃນພາລະກິດປ່ຽນແປງໃໝ່ ແລະ ຕີລາຄາສູງໝາກຜົນແຫ່ງການແລກປ່ຽນລະຫວ່າງຄະນະຜູ້ແທນຂັ້ນສູງຄະນະກຳມະການກວດກາສູນກາງພັກ 2 ປະເທດ. ບັນດາການນຳ ກຳປູເຈຍ ຢັ້ງຢືນວ່າ ການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງ ຫວຽດນາມ - ກຳປູເຈຍ ແມ່ນຊັບສົມບັດອັນລ້ຳຄ່າລວມ ຕ້ອງໄດ້ຮັບການຮັກສາ ແລະ ສືບທອດໃຫ້ຄົນລຸ້ນຫລັງ.

ຕອບກັບ

ຂ່າວ/ບົດ​ອື່ນ