(ພາບ:baomoi.com)
( vovworld ) – ໂດຍສືບຕໍ່ການໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວແຕ່ວັນທີ 11-14/8, ຕອນເຊົ້າວັນທີ 14/8, ທ່ານຫງວຽນຊວນຟຸກ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ປະທານອະນຸກຳມະການຮ່ວມມືຫວຽດນາມ-ລາວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ຈູມມາລີ ໄຊຍະສອນ ແລະ ທ່ານນາຍົກລັດຖະມົນຕີລາວທອງສິງ ທຳມະວົງ. ທີ່ບັນດາການພົບປະ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ຮູ້ວ່າ: ການປະຊຸມກາງສະໄໝຄັ້ງທີ 34 ຂອງຄະນະກຳມະການລະຫວ່າງລັດຖະບານສອງປະເທດໄດ້ປະສົບຜົນສຳເລັດອັນຈົບງາມ. ສອງຝ່າຍໄດ້ສຸມໃສ່ຊຸກຍູ້ເສດຖະກິດການຄ້າ, ການລົງທຶນ, ເພີ່ມທະວີການຮ່ວມມືດ້ານການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ, ວັດທະນະທຳ. ສອງຝ່າຍໄດ້ວາງອອກທິດທາງການຮ່ວມມື ໃນນັ້ນມີຂັ້ນຕອນທົດລອງການປະຕິບັດໂຄງການລົງທຶນກໍ່ສ້າງປະຕິບັດທຶນຊ່ວຍເຫຼືອຂອງລັດຖະບານຫວຽດນາມ ໂດຍຝ່າຍລາວປະຕິບັດເອງ ແລະ ມີການສົມທົບຂອງລັດຖະບານຫວຽດນາມ, ຄຳນັບຮັບຕ້ອນປີສາມັກຄີມິດຕະພາບຫວຽດນາມ-ລາວ 2012.