ການນຳວິທະຍຸກະຈາຍສຽງຫວຽດນາມ ຢ້ຽມຢາແຂວງ ກວາງນາມ

ການນຳວິທະຍຸກະຈາຍສຽງຫວຽດນາມ ຢ້ຽມຢາແຂວງ ກວາງນາມ  - ảnh 1
ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການ ໃຫຍ່ວິທະຍຸ​ກະຈາຍສຽງ ຫວຽດນາມພ້ອມກັບຄະນະປະຕິບັດງານຂອງ ວິທະຍຸກະຈາຍສຽງ ຫວຽດນາມ

(vovworld)-​  ຕອນເຊົ້າວັນທີ 18/10, ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການ ໃຫຍ່ ວິທະຍຸ​ກະຈາຍສຽງ ຫວຽດນາມພ້ອມກັບຄະນະປະຕິບັດງານຂອງ ວິທະຍຸ​ກະຈາຍສຽງຫວຽດນາມໄດ້ລົງຢ້ຽມຢາມ ກິດຈະກຳອະນຸສາວະລີແມ່ ຫວຽດນາມວິລະ​ຊົນ​ທີ່​ຕາ​ແສງ ຕາມ​ຟູ້, ນະຄອນ​ຕາມ​ກີ່ ​ແຂວງ ກວາງ​ນາມ. ກິດຈະກຳອະນຸສາວະລີແມ່ຫວຽດນາມວິລະ​ຊົນ​​ແຫ່ງນີ້ ​ໄດ້​ຮັບ​ການ​ລິ​ເລີ່​ມກໍ່ສ້າງ​ຈາກ​ແນວ​ຄວາມ​ຄິດ​ຂອງ ວິທະຍຸ​ກະຈາຍສຽງຫວຽດນາມ ຊຶ່ງ​ຂົນຂວາຍ​ບັນດາ​ແຫຼ່ງ​ເງິນ​ອຸປະຖຳ​ກໍ່ສ້າງອະນຸສາວະລີແມ່ ຫວຽດນາມວິລະ​ຊົນ​, ຊຶ່ງ​ກໍ່ສ້າງ​ຕາມ​ຕົວຢ່າງແມ່ຫວຽດນາມວິລະ​ຊົນ ຫງວຽນ​ທິທື້ທີ່​ຕາ​ແສງ ດ້ຽນທັ້ງ, ​ເມືອງ​ດ້ຽນບານ ​ແຂວງ​ກວາງ​ນາມ. ຄາດ​ວ່າກິດຈະກຳອະນຸສາວະລີແມ່ ຫວຽດນາມວິລະ​ຊົນ​​ແຫ່ງ​ດັ່ງກ່າວ​ຈະ​ສຳ​ເລັດ​ການ​ກໍ່ສ້າງ​ໃນ​ຈຸດ​ເວລາ​ກົງ​ກັບ​ໂອກາດ​ສະ​ເລີມ​ສະຫຼອງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7/2014).

   ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ກວາງ​ນາມ, ທ່ານ ຫງວຽນດັງຕ້ຽນ ຜູ້ອຳນວຍການ ໃຫຍ່ ວິທະຍຸ​ກະຈາຍສຽງຫວຽດນາມ ​ໃຫ້​ຮູ້​ວ່າ ​ໃນ​ໄລຍະ​ທີ່​ຈະ​ເຖິງ, ວິທະຍຸ​ກະຈາຍສຽງຫວຽດນາມ ສືບ​ຕໍ່​ຂົນຂວາຍ​ບັນດາ​ແຫຼ່ງອຸປະຖຳ​ເພື່ອ​ລະດົມ​ທົ່ວ​ສັງຄົມ​ເຂົ້າ​ຮ່ວມ​ການ​ກໍ່ສ້າງກິດຈະກຳອະນຸສາວະລີແມ່ ຫວຽດນາມວິລະ​ຊົນ​

ຂ່າວ/ບົດ​ອື່ນ