ການນຳສູນກາງແນວໂຮມປະເທດຊາດຫວຽດນາມລົງອວຍພອນປີໃໝ່ພະອາຈານມະຫາ ທິກໂຝເຕ້ວ

ການນຳສູນກາງແນວໂຮມປະເທດຊາດຫວຽດນາມລົງອວຍພອນປີໃໝ່ພະອາຈານມະຫາ ທິກໂຝເຕ້ວ  - ảnh 1
ທ່ານຫງວຽນ​ຖ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ລົງ​ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ພະ​ອາ​ຈ​ານ​ມະ​ຫາ ທິກ​ໂຝ​ເຕ້ວ

(vovworld)-  ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ວອກ 2016, ຕອນ​ເຊົ້າ​ວັນ​ທີ 1/2 ທ່ານຫງວຽນ​ຖ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ໄດ້​ລົງ​ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່​ພະ​ອາ​ຈ​ານ​ມະ​ຫາ ທິກ​ໂຝ​ເຕ້ວ ສາດ​ສະ​ດາສະ​ມາ​ຄົມ​ພຸດ​ທະ​ສາດ​ສະ​ໜາ​ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ຜູ້​ທີ່​ມີ​ຍົດ​ສັກ​ຕຳ​ແໜ່ງ​ໃນສະ​ມາ​ຄົມ​ພຸດ​ທະ​ສາດ​ສະ​ໜາ​ຫວຽດ​ນາມຢູ່​ວັດ​ວຽນ​ມິນ, ຕາ​ແສງກວາງ​ລ້າງ, ເມືອງ​ຟູ້​ຊວຽນ ນະ​ຄອນ​ຮ່າ​ໂນ້ຍ. ເນື່ອງ​ໃນ​ໂອ​ກາດ​ພະ​ອາ​ຈ​ານ​ມະ​ຫາ ທິກ​ໂຝ​ເຕ້ວ ມີ​ອາ​ຍຸ​ຄົບ​ຮອບ 100 ປີ, ທ່ານຫງວຽນ​ຖ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ອວຍ​ພອນ​ພະ​ອາ​ຈ​ານ​ມະ​ຫາ ທິກ​ໂຝ​ເຕ້ວ ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ຕ້ອນ​ຮັບ​ບຸນ​ເຕັດ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ, ສືບ​ຕໍ່​ຊັກ​ຈູງສະ​ມາ​ຄົມ​ພຸດ​ທະ​ສາດ​ສະ​ໜາ​ຫວຽດ​ນາມສຳ​ເລັດ​ວຽກ​ງານ​ສາດ​ສະ​ໜາ​ໃນ​ປີ 2016 ເພື່ອ​ສ້າງ​ຊີວ​ິດ, ສາດ​ສະ​ໜາ​ອັນ​ດີ​ງາມ.
ຂ່າວ/ບົດ​ອື່ນ