ການນຳຫວຽດນາມ ໄປຢ້ຽມຢາມ ແລະ ອວຍພອນປີໃຫມ່ ທ້ອງຖິ່ນຕ່າງໆ


ໃນ​ບັນຍາກາດ​ກະກຽມ​ຕ້ອນຮັບ​ບຸນປີ​ໃຫມ່​ປະຈຳ​ຊາດ​ຫວຽດນາມ, ວັນ​ທີ 17/1 ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃຫມ່​ບັນດາ​ຄະນະ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ. ​ເມື່ອ​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃຫມ່ ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຍ້ອງຍໍ​ສັນລະ​ເສີນ ບັນດາ​ໝາກຜົນ​ຊຶ່ງ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຍາດ​ມາ​ໄດ້​ໃນ​ປີ 2011 ​ແລະ ຢືນຢັນ​ວ່າ: ວຽກ​ງານ​ໂຄສະນາ​ສື​ກສາ ​ແມ່ນ​ວຽກ​ງານ​ກຳນົດ​ທິດ​ແນວ​ຄິດ ສະ​ນັ້ນ ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ສ້າງ​ພື້ນຖານ​ທາງ​ດ​້ານຈິດ​ໃຈ​ໃຫ້​ແກ່​ສັງຄົມ ​ແລະ ພິ​ເສດ​ປະກອບສ່ວນ​ກໍ່ສ້າງ​ພັກ​ໃຫ້​ປອດ​ໄສ, ​ເຂັ້ມ​ແຂງ. ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ໄດ້​ໄປ​ຢ້ຽມຢາມ ອວຍພອນ​ປີ​​ໃຫມ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ແຂວງ ຮື​ງອຽນ​. ນະ​ທີ່​ນີ້ ທ່ານ​ປະທານ​ປະ​ເທດສະ​ເຫ​ນີ​ໃຫ້​ແຂວງ ຮື​ງອຽນ ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ເບີ່​ງ​ແຍງ​ໃຫ້​ແກ່​ທຸກ​ຄົນ ທຸກ​ຄອບຄົວ​ລ້ວນ​ແຕ່​ມີ​ເງື່ອນ​ໄຂ​ເພື່ອ​ຕ້ອນຮັບ​ບຸນ​ເຕັດ.

        “ບັນາ​ສະຫາຍ​ຄວນ​​ເອົາ​ໃຈ​ໃສ່​ເຖິງ​ປະຊາຊົນ​,​​ເຮັດ​ແນວ​ໃດ​ໃຫ້​ທຸກ​ຄົນ, ທຸກ​ຄອບຄົວ​​ມີ​ເງື່ອນ​ໄຂ​ເພື່ອຕ້ອນຮັບ​ບຸນ​ເຕັດ ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຄອບຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍບາຍ​, ຄອບຄົວ​ມີ​ຄຸນງາມຄວາມດີ, ຄອບຄົວ​ທຸກ​ຍາກ, ພະນັກງານ​ນັກຮົບ​ພວມ​ປະຕິບັດ​ຫນ້າ​ທີ່​ໃນ​ໂອກາດ​ນີ້.”

        ຕອນບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ ອວຍພອນ​ບຸນ​ເຕັດ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ຮ່າ​ນາມ.

ສ່ວນທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮູ່ງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃຫມ່ ສູນ​ກາງສະມາຄົມຜູ້​ອາຍຸ​ສູງ​ຫວຽດນາມຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ສະມາຄົມ​ຜູ້​ອາຍຸ​ສູງ​ຫວຽດນາມ ​ໃນ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ຜູ້​ອາຍຸສູງ​ໃນ​ການ​ສຶກສາ​ໃຫ້​ລູກ​ຫລານ, ​ເຊີດ​ຊູ​ແບບຢ່າງ​ກ່ຽວ​ກັບ​ນ້ຳ​ໃຈ​ຮັກ​ຊາດ, ຕັ້ງຫນ້າ​ເຂົ້າ​ຮ່ວມ​ການ​ຜະລິດ, ພັດທະນາ​ເສດຖະກິດ ​ແລະ ​ເຄື່ອນ​ໄຫວ​ໃນ​ສັງ​ຄົມ./.

 


ຕອບກັບ

ຂ່າວ/ບົດ​ອື່ນ