ການນຳຫວຽດນາມຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ

(VOVWORLD) -ຕອນເຊົ້າວັນທີ 19 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບກຳມະການຜູ້ປະຈຳການກົມການເມືອງ, ເລຂາຄະນະເລຂາສູນກາງພັກກອມມູນິດຈີນ ລຽວຢຸນຊານ ແລະ ຄະນະຜູ້ແທນພັກກອມມູນິດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ການນຳຫວຽດນາມຕ້ອນຮັບຄະນະຜູ້ແທນພັກກອມມູນິດຈີນ - ảnh 1(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບກຳມະການຜູ້ປະຈຳການກົມການເມືອງ,

ເລຂາຄະນະເລຂາສູນກາງພັກກອມມູນິດຈີນ ລຽວຢຸນຊານ)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍ ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມື, ຍົກສູງປະສິດທິຜົນຮ່ວມມືຢ່າງແທດຈິງໃນທຸກຂົງເຂດ, ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຮ່ວມມື 2 ຝ່າຍ… ພ້ອມທັງມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ; ເຄົາລົບຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ພັກ, 2 ລັດ, ຫຼີກລ້ຽງທຸກການກະທຳທີ່ອາດຈະເຮັດໃຫ້ເພີ່ມຄວາມເຄັ່ງຕຶງ; ພ້້ອມກັບບັນດາປະເທດອາຊຽນ ເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງໂດຍໄວ.

        ທ່ານ ລຽວຢຸນຊານ ໃຫ້ຄຳໝັ້ນສັນຍາສະໜັບສະໜູນການພັດທະນາເສດຖະກິດ, ການຄ້າ 2 ສົ້ນຕາມທິດປອດໄສ, ສະເໝີພາບ, ແກ້ໄຂບັນດາຂໍ້ຕິດຂັດຢ່າງມີປະສິດທິຜົນ; ປາດຖະໜາວ່າ 2 ຝ່າຍສືບຕໍ່ຊຸກຍູ້ການຮ່ວມສຳພັນຍຸດທະສາດພັດທະນາລະຫວ່າງ 2 ປະເທດ…

        ຕໍ່ຈາກນັ້ນ, ຢູ່ສຳນັກງານສະພາແຫ່ງຊາດ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ລຽວຢຸນຊານ ແລະ ຄະນະຜູ້ແທນພັກກອມມູນິດຈີນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ 2 ປະເທດປະຕິບັດຢ່າງຄົບຖ້ວນ ແລະ ເຂັ້ມງວດບັນດາຂໍ້ຕົກລົງ, ຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດ; ເອົາໃຈໃຈ່ປະຕິບັດວຽກງານປັບປຸງພື້ນຖານສັງຄົມ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດໃຫ້ດີກວ່າອີກ, ນຳການພົວພັນຫວຽດນາມ - ຈີນ ພັດທະນາຢ່າງປອດໄສ, ໝັ້ນຄົງຍາວນານກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ