ການນຳຫວຽດນາມພວມຄິດໄລ່ຊັ່ງຊາມາດຕະການຕໍ່ສູ້ດ້ວຍນິຕິກຳຕາມກົດໝາຍສາກົນ

ການນຳຫວຽດນາມພວມຄິດໄລ່ຊັ່ງຊາມາດຕະການຕໍ່ສູ້ດ້ວຍນິຕິກຳຕາມກົດໝາຍສາກົນ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ​

(vovworld)-ວັນ​ທີ 30/5, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ​ໄດ້​ຕອບ​ສຳພາດ​ຕໍ່​ນັກ​ຂ່າວຂ່າວສານ Bloomber ຂອງ ​ອາ​ເມ​ລິ​ກາ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ ສັງຄົມ ຫວຽດນາມ ​ໃນ 5 ​ເດືອນ​ຕົ້ນ​ປີ 2014 ​ແລະ ​ກໍລະນີ ຈີນ​ຕັ້ງຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງຫວຽດນາມ.

        ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ຫວຽດນາມ​ໃນ 5 ​ເດືອນ​ຕົ້ນ​ປີ 2014, ທ່ານ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ: ​ເສດຖະກິດ ຫວຽດນາມ ​ໃນ 5 ​ເດືອນ​ຕົ້ນ​ປີ 2014 ພວ​ມພັດທະນາ​ຢ່າງ​ຕັ້ງຫນ້າ. ​ເສດຖະກິດ​ມະຫາ​ພາກ​ໄດ້​ຮັກສາ​ເປັນ​ປົກກະຕິ, ​ໄພ​ເງິ​ນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ​ເປັນ​ຢ່າງ​ດີ, ການ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ຢູ່​ໃນ​ລະດັບ​ສູງ, ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ປະມານ 16%, ຄາດ​ວ່າ GDP ​ໃນ​ປີ 2014 ​ເພີ່ມ​ຂຶ້ນ​ປະມານ 5,8%.

        ກ່ຽວຂ້ອ​ງ​ເຖິງ​ກໍລະນີ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ: ການ​ກະທຳ​ຂອງ​ຈີນ ​ແມ່ນ​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ, ລະ​ເມີດ​ກົດໝາຍ​ສາກົນ ​ແລະ ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ(DOC), ນາບ​ຂູ່​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. ຫວຽ​ດ​ນາມ ​ເດັດດ່ຽວ ຕໍ່ສູ້ ​ແລະ ຮຽກຮ້ອງ ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ອອກ​ຈາດ​ເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​ເຂດ​ໄຫລ່​ທະວີບຂອງ​ຫວຽດນາມ.  ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ​ຂອງ​ຕົນ ​ໂດຍ​ສັນຕິ​ວິທີ. ການ​ນຳ​ຫວຽດນາມ ພວມ​ຄິດ​ໄລ່​ຊັ່ງຊາ​ມາດ​ຕະການ​ຕໍ່ສູ້​ດ້ວຍ​ນິຕິ​ກຳ​ຕາມ​ກົດໝາຍ​ສາກົນ.

        ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ທ່ອງ​ທ່ຽວ​ກັບ​ຈີນ ​ໃນ​ສະພາບ​ປະຈຸ​ບັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຖື​ວ່າ:​ມາ​ຮອດ​ປະຈຸ​ບັນ ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ ການ​ຄ້າ, ການ​ລົງທຶນ, ທ່ອງ​ທ່ຽວ ລະຫວ່າງ ຫວຽດນາມ ​ແລະ ຈີ​ນ ຍັງ​ຄົງ​ສືບ​ຕໍ່​ດຳ​ເນີນ​ໄປ​ເປັນ​ປົກກະຕິ. ​ເລື່ອງ​ຈີນ ລ່ວງ​ລ້ຳ​ອະທິປະ​ໄຕ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ ຂອງ​ຫວຽດນາມ ​ໄດ້​ສົ່ງ​ຜົນ​ສະທ້ອນ​ບາງ​ຢ່າງ​ເຖິງ​ຂົງ​ເຂດ​ເສດຖະກິດ​ຈຳ​ນວນ​ຫນຶ່ງ. ຫວຽດນາມ ​ໄດ້​ມີ​ບາງມາດ​ຕະການ​ຮັບ​ມື​ຢ່າງ​ເໝາະ​ສົມ.

 

 

ຂ່າວ/ບົດ​ອື່ນ