ການບຸກໂຈມຕີຢ່າງລຽນຕິດຢູ່ອາບການິດສຖານ, ເຮັດໃຫ້ຢ່າງໜ້ອຍສຸດ 19 ຄົນເສຍຊີວິດ

ການບຸກໂຈມຕີຢ່າງລຽນຕິດຢູ່ອາບການິດສຖານ, ເຮັດໃຫ້ຢ່າງໜ້ອຍສຸດ 19 ຄົນເສຍຊີວິດ - ảnh 1
ເຫດວາງ​ລະ​ເປີດ​ສະຫຼະ​ຊີບຢູ່​ນະຄອນຫຼວງ ກາ​ບູນ
(ພາບ: AFP/ TTXVN)


(vovworld) – ວັນ​ທີ 13/12, ກຳລັງ​ລູກ​ຮື້​ຂຶ້ນ ຕາ​ລີ​ບານ ​ໄດ້​ເຂັ່ນຂ້າ​ຢ່າງ​ໜ້ອຍ​ສຸດ 19 ຄົນ ​ໃນ​ບັນດາ​ການ​ບຸກ​ໂຈມ​ຕີ​ດ້ວຍ​ປືນ​ ​ແລະ ​ເຫດວາງ​ລະ​ເປີດ​ສະຫຼະ​ຊີບ. ​ໃນ​ນັ້ນ, ເຫດວາງ​ລະ​ເປີດ​ສະຫຼະ​ຊີບ​ແນ​ໃສ່​ລົດ​ເມ​ຄັນ​ໜຶ່ງ​ຂອງ​ກອງທັບ​ແຫ່ງ​ຊາດ​ອາບ​ກາ​ນິດ​ສຖານ ຢູ່​ນະຄອນຫຼວງ ກາ​ບູນ ​ໃນ​ຕອນ​ບ່າຍ​ວັນ​ທີ 13/12, ​ອັນໄດ້​ເຮັດ​​ໃຫ້ທະຫານ​ຢ່າງ​ໜ້ອຍ​ສຸດ​ 6 ຄົນ​ເສຍ​ຊີວິດ. ກ່ອນນັ້ນ, ​ເຈົ້າ​ໜ້າ​ທີ່​ສານ​ສູງ​ສຸດ​ອາບກາ​ນິດ​ສຖານ ທ່ານ​ໜຶ່ງ​ຖືກ​ຍິງ​ຕາຍ​ຢູ່​ມໍ່​ກັບ​ເຮືອນ​ສ່ວນ​ຕົວ​ຢູ່​ຊານ​ນະຄອນຫຼວງ​ກາ​ບູນ. ​ໃນຂະນະ​ນັ້ນ, ຢູ່​ແຂວງ Helmand, ທາງ​ພາກ​ໃຕ້​ອາບ​ກາ​ນິດ​ສຖານ, ບັນດາ​ມື​ປືນ ​ໄດ້​ຍິງ​ພາລະ​ກອນ​ເກັບ​ກູ້​ລະ​ເບີດ 12 ຄົນ​​ເສຍ​ຊີວິດ.
ຂ່າວ/ບົດ​ອື່ນ