ການບິນຫວຽດນາມປັບປຸງຄຸນນະພາບການບໍລິຫານ,ຍົກສູງຄວາມສາມາດແກ່ງແຍ້ງສາກົນ

ການບິນຫວຽດນາມປັບປຸງຄຸນນະພາບການບໍລິຫານ,ຍົກສູງຄວາມສາມາດແກ່ງແຍ້ງສາກົນ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ
​ຕັ້ງ​ຂະ​ແໜງ​ການບິນ ຫວຽດນາມ
(ພາບ:TTXVN)

(vovworld) - ວັນ​ທີ 10/01, ຢູ່​ຮ່າ​ໂນ້ຍ ​ໄດ້ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຂະ​ແໜງ​ການບິນ ຫວຽດນາມ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ, ທ່ານ ຮ່ວາງ​ຈູງ​ຫາຍ ຮອງ​ນາຍົກລັດຖະມົນຕີ ພ້ອມ​ກັບບັນດາ​ຜູ້​ແທນທີ່​ມາ​ຈາກ​ບັນດາ​ກະຊວງ, ຂະ​ແໜງການ​ຕ່າງໆ. ຕີ​ລາຄາ​ສູງ​ບັນດາ​ຜົນງານ ຊຶ່ງ​​ຂະ​ແໜງ​ການບິນ ຫວຽດນາມ ​ບັນລຸ​ໄດ້ໃນ​ຕະຫລອດ 60 ປີ ຜ່ານ​ມາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ສັງ​ເກດ​ວ່າ: ການບິນ ຫວຽດນາມ ບັນລຸ​ໄດ້ຜົນງານ​ຫລາຍ​ຢ່າງ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາ​​ດ​ໃຫ້​ປະ​ເທດ​ຊາດ, ສ້າງສາ​ປະ​ເທດ​ຊາດ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ການບິນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃນ​ໄລຍະ​ຈະ​ມາ​ເຖິງ, ຂະ​ແໜງ​ການບິນ ຫວຽດນາມ ຈຶ່ງດັດ​ປັບ​ລະບົບ​ແຜນ​ກຳນົດ, ສ້າງ​ລະບົບ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ​ກ່ຽວ​ກັບ​ຄົມມະນາຄົມໃຫ້​ສົມບູນ​ແບບ; ສືບ​ຕໍ່​ປະຕິບັດ​ການສ້າງ​ໂຄງ​ປະກອບ​ຂະ​ແໜງ​ຄືນ​ໃໝ່, ປຸກລະດົ​ມບັນດາ​​ແຫຼ່ງກຳລັງ​ນອກ​ງົບປະມານ​ຢ່າງ​ແຂງ​ແຮງ ​ແລະ ຫລາຍ​ຮູບ​ຫລາຍ​ແບບ ​ເພື່ອ​ລົງທຶນ​ພັດທະນາ​ຕາມ​ກຳນົດ​ທິດ​ທັນ​ສະ​ໄໝ, ​ເຊື່ອມ​ໂຍງ ​ແລະ ໝັ້ນຄົງ.

ຂ່າວ/ບົດ​ອື່ນ