ການ​ປຶກ​ສາ​ຫາ​ລືດ້ານ​ການ​ເມືອງ ຫວຽດ​ນາມ - ນີ​ກາ​ຣາກວາ

(VOVWORLD) - ວັນທີ 19 ຕຸລາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ພ້ອມດ້ວຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ນີກາຣາກວາ Arlette Marenco ໄດ້ດຳເນີນກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີການຕ່າງປະເທດຄັ້ງທຳອິດ ດ້ວຍຮູບການທາງໄກ.
ການ​ປຶກ​ສາ​ຫາ​ລືດ້ານ​ການ​ເມືອງ ຫວຽດ​ນາມ - ນີ​ກາ​ຣາກວາ - ảnh 1ວາລະປະຊຸມປຶກສາຫາລືທາບທາມຄຳເຫັນການເມືອງ ຫວຽດນາມ - ນີກາຣາກວາ ຄັ້ງທຳອິດ ຖືກຈັດຂຶ້ນຕາມຮູບແບບທາງໄກ (ພາບ: TTXVN)

ນະທີ່ນີ້, ການນຳກະຊວງການຕ່າງປະເທດສອງປະເທດ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັກສາທ່າພັດທະນາການພົວພັນ, ຊຸກຍູ້ການຢ້ຽມຢາມຂອງການນຳທຸກຂັ້ນ, ຜັນຂະຫຍາຍກົນໄກປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ ຢ່າງມີໄຫວພິບ ແລະ ປະສິດທິຜົນ, ເພີ່ມທະວີການສົນທະນາ ແລະ ເຊື່ອມຕໍ່ລະຫວ່າງກະຊວງ, ຂະແໜງການຕ່າງໆ ແລະ ວິສາຫະກິດ, ສ້າງກອບນິຕິກຳເພື່ອສົ່ງເສີມການຄ້າ ແລະ ການລົງທຶນ, ຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມບົ່ມຊ້ອນຄື ສາທາລະນະສຸກ, ກະສິກຳ, ວັດທະນະທຳ, ການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ…

        ສອງຝ່າຍກໍໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີສືບຕໍ່ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ ເຊິ່ງ ຫວຽດນາມ ແລະ ນີກາຣາກວາ ເປັນສະມາຊິກ, ພິເສດແມ່ນໃນຂອບເຂດ ສປຊ.


ຕອບກັບ

ຂ່າວ/ບົດ​ອື່ນ