ການປ່ອຍທຶນ FDI ໃນ 7 ເດືອນຕົ້ນປີເພີ່ມຂຶ້ນ

ການປ່ອຍທຶນ FDI ໃນ 7 ເດືອນຕົ້ນປີເພີ່ມຂຶ້ນ - ảnh 1
(ພາບປະກອບ)

​​(vovworld) – ມີຈຳ​ນວນ​ເງິນ 7,4 ຕື້ USD ​ໄດ້​ປ່ອຍ​​ໃນ 7 ​ເດືອນ​ຕົ້ນ​ປີ 2015, ​ເທົ່າ​ກັບ 109,6% ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2014. ນີ້​ແມ່ນ​ຕົວ​ເລກ ​ເຊິ່ງກົມ​ລົງທຶນ​ຕ່າງປະ​ເທດ, ສັງ​ກັດ​ກະຊວງ​ແຜນການ ​ແລະ ການ​ລົງທຶນຫາ​ກໍ​ປະກາດ ກ່ຽວ​ກັບການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ໃນ 7 ​ເດືອ​ນຕົ້ນ​ປີ 2015. ຕາມ​ນັ້ນ​ແລ້ວ, ດ້ວຍ​ທຶນປະຕິບັດ​ພວມຮັກສາ​ລະດັບ​ສະຖຽນ​ລະ​ພາບ ດ້ວຍ 1,1 ຕື້ USD ​ໃນ​ເດືອນ 07/2015. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ທຶນ​ຈົດ​ທະບຽນ​ໃນ​ເດືອ​ນ 07 ກໍ​ເພີ່ມ​ຂຶ້ນ​ສູ​ງພໍ​ສົມຄວນ​ເມື່ອ​ທຽບ​ໃສ່ 3 ​ເດືອ​ນກ​່ອນ. ມີ 3 ຂະ​ແໜງ​ນຳ​ໜ້າ​ໃນ​ການ​ດຶງ​ດູດ​ທຶນ FDI ​ແມ່ນ​ອຸດສາຫະກຳ​ປຸງ​ແຕ່ງ, ການ​ປະດິດ​ສ້າງ, ການ​ດຳ​ເນີນທຸລະ​ກິດ​ອະສັງຫາ​ລິ​ມະ​ຊັບ ​ແລະ ຂາຍ​ຍ່ອຍ, ສ້ອມ​ແປງ ກວມ 3,5 ຕື້ USD.

ຂ່າວ/ບົດ​ອື່ນ