ການປະຊຸມຂ່າວກ່ຽວກັບການເສີມຂະຫຍາຍຄຸນຄ່າວັດທະນະທຳບໍ່ມີຮູບຮ່າງຂັບຊວານ,ຟຸ໋ທໍ້

ການປະຊຸມຂ່າວກ່ຽວກັບການເສີມຂະຫຍາຍຄຸນຄ່າວັດທະນະທຳບໍ່ມີຮູບຮ່າງຂັບຊວານ,ຟຸ໋ທໍ້ - ảnh 1
(ພາບ​ປະ​ກອບ)

(vovworld) - ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ວັນ​ມໍ​ລະ​ດົກ​ຫວຽດ​ນາມ (23/11), ຕອນ​ບ່າຍ​ວັນ​ທີ 22/11, ຢູ່​ນະ​ຄອນ​ຫວຽດ​ຈີ່, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຟຸ​໋ທໍ້ ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ພາຍ​ຫຼັງ​ໄລ​ຍະ 4 ປ​ີ​​ແຫ່ງ​ການອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຂັບ​ຊວານ ຟຸ​໋ທໍ້ - ຄຸ​ນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳບໍ່​ມີ​ຮູບ​ຮ່າງ​ຕ້ອງ​ໄດ້​ຮັບ​ການ​​ປົກ​ປັກ​ຮັກ​ສາ​ຢ່າງ​ຮີບ​ດ່ວນ​ຂອງມວນ​ມະ​ນຸດ. ​ໂດຍປະ​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ​ Unesco ກ່ຽວ​ກັບ​ການ​ປົກ​ປັກຮັກ​ສາ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮ​ູບ​ຮ່າງ​, ​ໃນໄລ​ຍະ 4 ປີ​ຜ່ານ​ມາ, ແຂວງ​ຟຸ໋​ທ​ໍ້​ ໄດ້​ຕັ້ງ​ໜ້າ​ຜັນ​ຂະ​ຫຍາ​ຍ​ວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກຂັບ​ຊວານ ຟຸ​໋ທໍ້. ໄລ່​ຮອດ​ເດືອນ 11/2015, ທົ່ວ​ແຂວງ​ຟຸ໋​ທໍ້ ໄດ​້​ມີ​ສະ​ໂມ​ສອ​ນ​ຂັບ​ຊວານ 30 ແຫ່ງ, ດ້ວຍ​ສະ​ມາ​ຊິກ​​ແມ່ນ 1 ພັ​ນ​ຄົນ. ພິ​ເສດ, ​ມີ​ປູ​ຊະ​ນີ​ຍະ​ສະ​ຖານ 19 ແຫ່ງ​ກ່ຽວ​ຂ້ອງ​ເຖິງ​ຂັບ​ຊວານ ​ລ້ວນ​ແຕ່ໄດ້​ ແລະ​ ພວມຮັບ​ການ​ຟື້ນ​ຟູ​ບູ​ລະ​ນະ, ສ້ອມ​ແປງ​ເພື່ອນຳ​ເຂົ້າ​ໃຊ້​ການ. ທ່ານ ຮ່າ​ເກ໋​ຊານ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂ​ວງ ຟຸ໋​ທໍ້ ໃຫ້​ຮູ້​ວ່າ.

      “ສິ່ງ​ທີ່​ໜ້າ​ສົນ​ໃຈ​ໃນ​ຄັ້ງ​ນີ້​ແມ່ນ, ​ກ່ອນນ​ີ້ນັກ​ສິ​ລະ​ປະ​ 100% ແມ່ນຢູ່​ຕາ​ແສງ​ຂັບ​ຊວານ, ແຕ່​ປະ​ຈຸ​ບັນ​ໄດ້​ຂະ​ຫຍາຍ​ອອກ​ສູ່ຕາ​ແສງ​ອື່ນ, ສິ່ງ​ດັ່ງ​ກ່າວ​ໄດ້​ພິ​ສູດ​ໃຫ​້​ເຫັນ​ການ​ແຜ່​ລາມ​ຂອງ​ຂັບ​ຊວານ ອອກ​ສູ່​ວົງ​ຄະ​ນະ​ຍາດ. ກ່ອນນີ້ 4 ປີ, ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ຂັບ​ຊວານ, ​ສ່ວນ​ຫຼາຍແມ່ນ​ບັນ​ດາ​ແມ່​ເຖົ້າ​ຜູ້​ແກ່​ເທົ່​ານັ້ນ, ແຕ່​ໃນ​ຄັ້ງ​ນີ້​​ໄດ້ມີ​ໄວ​ໜຸ່ມ​ຫຼາຍ​ຄົນ​​ເຂົ້າ​ຮ່ວມ. ສິ່ງ​ດັ່ງ​ກ່າ​ວ​ໄດ້​ຢັ້ງ​ຢືນໃຫ້​ເຫັນ​ວ່າ, ຂັບ​ຊວານ ໄດ​້​ຮັບ​ການ​ສືບ​ທອດ​ໃ​ຫ້​ລຸ່ນ​ຕໍ່​ໆໄປແລ້ວ”.

ຂ່າວ/ບົດ​ອື່ນ