ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ

(VOVWORLD) -ຫວຽດນາມ ຊົມເຊີຍ, ເຄົາລົບທຸກການຊ່ວຍເຫຼືອຂອງບັນດາປະເທດ ແລະ ຄູ່ຮ່ວມມືໃນວິວັດການ ປ້ອງກັນ ຕ້ານໂລກລະບາດໂຄວິດ 19.
ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ  - ảnh 1

ເຮືອບິນຂົນສົ່ງວັກຊິນ Moderna ລົງຈອດສະໜາມບິນໂນ້ຍບາຍ (ພາບ: TTXVN)

   ຕອນບ່າຍວັນທີ 19 ສິງຫາ, ໃນການປະຊຸມຂ່າວນັດສາມັນທາງອອນລາຍ, ເມື່ອແບ່ງປັນກ່ຽວກັບຂ່າວທ່ານຮອງປະທານາທິບໍດີອາເມລິກາ Kamala Harris ໄປຢ້ຽມຢາມຫວຽດນາມ ໃນເດືອນສິງຫາປີ 2021,  ທ່ານນາງຟ້າມທູຮັ່ງ ຮອງໂຄສົກກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ແລະ ອາເມລິກາ ພວມຕັ້ງໜ້າຈັດລາຍການໄປຢ້ຽມຢາມນີ້.

   ກ່ຽວຂ້ອງເຖິງຂ່າວສະຫະສະມາຄົມເຄື່ອງຕຳແຜ່ນຕັດຫຍີບ ແລະ ເກີບ ອາເມລິກາ (AAFA) ໄດ້ຝາກຈົດໝາຍໄປຍັງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເພື່ອສະໜັບສະໜູນຄວາມມານະພະຍາຍາມປ້ອງກັນ ຕ້ານໂລກລະບາດໂຄວິດ 19, ທ່ານນາງຟ້າມທູຮັ່ງ ຮອງໂຄສົກກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈງວ່າ: ຫວຽດນາມ ຊົມເຊີຍ, ເຄົາລົບທຸກການຊ່ວຍເຫຼືອຂອງບັນດາປະເທດ ແລະ ຄູ່ຮ່ວມມືໃນວິວັດການ ປ້ອງກັນ ຕ້ານໂລກລະບາດໂຄວິດ 19.

  ເມື່ອຕອບຄຳຖາມຂອງນັກຂ່າວ ສະເໜີໃຫ້ຮູ້ກ່ຽວກັບປະຕິກິລິຍາຂອງຫວຽດນາມ ຕໍ່ບົດລາຍງານຂອງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (IPCC)  ກ່ຽວກັບສະພາບການປ່ຽນແປງຂອງດິນຟ້າອາກາດປີ 2021 ປະກາດວັນທີ 9 ສິງຫາປີ 2021, ທ່ານນາງຟ້າມທູຮັ່ງ ໃຫ້ຮູ້ວ່າ: ການປ່ຽນແປງຂອງດິນຟ້າອາກາດ ແມ່ນສິ່ງທ້າທາຍໃນທົ່ວໂລກ, ກໍ່ຜົນກະທົບອັນຫຍໍ້ທໍ້ໃນທົ່ວໂລກ. ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງຮີບເຮັ່ງເພີ່ມທະວີການຮ່ວມມື ເພື່ອພ້ອມກັນຮັບມືກັບບັນດາສິ່ງທ້າທາຍນີ້.

ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ  - ảnh 2

 ນັກຂ່າວຊາວຕ່າງປະເທດໄດ້ສັກວັກຊິນຢູ່ຫວຽດນາມ (ພາບ: suckhoedoisong.vn)

    ທ່ານນາງຟ້າມທູຮັ່ງ ຮອງໂຄສົກກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ ຍາມໃດຫວຽດນາມ ກໍ່ໄດ້ສ້າງເງື່ອນໄຂເພື່ອໃຫ້ຊາວຕ່າງປະເທດ ໄດ້ສຳຜັດກັບການເອົາໃຈໃສ່ເບິ່ງແຍງ ແລະ ປິ່ນປົວພະຍາດ ກໍ່ຄືໄດ້ສັກວັກຊິນກັນໂຄວິດ 19, ພ້ອມທັງສ້າງເງື່ອນໄຂສະດວກກ່ວາ ໃຫ້ແກ່ບັນດາເປົ້າໝາຍໄດ້ຮັບອະນາຍາດເຂົ້າຫວຽດນາມ:

   ຍາມໃດລັດຫວຽດນາມ ກໍ່ເອົາໃຈໃສ່ໜູນຊ່ວຍ ເພື່ອໃຫ້ຊາວຕ່າງປະເທດພວມດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ ໄດ້ຮັບປະກັນການດຳເນີນຊີວິດເປັນປົກະຕິ ປອດໄພ ແລະ ໄດ້ຮັບການເອົາໃຈໃສ່ເບິ່ງແຍງດ້ານການແພດ, ປິ່ນປົວພະຍາດໃນກໍລະນີເຈັບເປັນ. ໃນສະພາບການເກີດໂລກລະບາດ, ການສັກວັກຊິນໃຫ້ຊາວຕ່າງປະເທດ ແມ່ນສ່ວນໜຶ່ງໃນວິວັດການຕ້ານທານໃນຊຸມຊົນ. ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳກະຊວງສາທາລະນະສຸກ ສັກວັກຊິນບໍ່ຈຳແນກສັນຊາດ, ບ່ອນຢູ່ອາໄສ.

   ກ່ຽວກັບນະໂຍບາຍແຍກຫ່າງໃໝ່ ສຳລັບຜູ້ເຂົ້າເມືອງ , ທ່ານນາງຟ້າມທູຮັ່ງ ຮອງໂຄສົກກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

  ກະຊວງການຕ່າງປະເທດ ໄດ້ສົມທົບກັບກະຊວງສາທາລະນະສຸກ ປະກາດໃຊ້ການແນະນຳຊົ່ວຄາວ ກ່ຽວກັບການກວດກາເລື່ອງອອກໃບຢັ້ງຢືນການສັກວັກຊິນ ແລະ ໄດ້ປິ່ນປົວພະຍາດຫາຍດີຂອງຊາວຕ່າງປະເທດ, ໃນນັ້ນໄດ້ຮັບຮູ້ແບບຟອມໜັງສືຢັ້ງຢືນສັກວັກຊິນ ແລະ ໜັງສືຢັ້ງຢືນໄດ້ປິ່ນປົວພະຍາດຫາຍດີ ທີ່ໄດ້ສົ່ງຜ່ານທາງການທູດຂອງ 44 ປະເທດ ແລະ ເຂດແຄ້ວນ. ບັນຊີລາຍຊື່ນີ້ ໄດ້ອັບເດັດເປັນປະຈຳໃນປະຕູຖານຂໍ້ມູນ ກ່ຽວກັບວຽກງານກົງສູນຂອງກະຊວງການຕ່າງປະເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ