ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ

ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ - ảnh 1
(​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ)

(vovworld) – ທີ່ການ​ປະຊຸມ​ຂ່າວ​ນັດ​ສາມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃນວັນ​ທີ 11/6, ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ​ຕໍ່​ເລື່ອງ​ວັນ​ທີ 8/6, ກຸ່ມ 7 ພື້ນຖານ​ເສດຖະກິດ​ອັນ​ດັບ​ໜຶ່ງ​ຂອງ​ໂລກ (G7) ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ການ​ຢູ່ທະ​ເລ​ຕາ​ເວັນ​ອອກ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ຖື​ວ່າ, ສະພາບ​ການ​ຢູ່ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ ​ໄດ້​ກໍ່​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງໃນປະຊາ​ຄົມ​ສາກົນ ​ແລະ ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ມັນ​ບໍ່​​ເປັນ​ປະ​ໂຫຍ​ດ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ກໍ່​ຄື​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຫວຽດນາມ​ ຊົມ​ເຊີຍ ​ແລະ ສະໜັບສະໜູນ​ທຸກ​ການ​ປະກອບສ່ວນ​ທີ່​ມີ​ລັກ​ສະ​ນະ​ສ້າງສັນ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ປະ​ເທດ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ກ່ຽວຂ້ອງ​ເຖິງ​ເຊື້ອ​ພະຍາດ corona (​ເມີ​ສ) ພວມ​ເພີ່ມ​ຂຶ້ນ​ຢູ່ ສ​ເກົາຫຼີ ​ແລະ ສະພາບ​ພົນລະ​ເມືອງ​ຢູ່​ທີ່​ນີ້, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ, ຢືນຢັນ​ວ່າ:

ກະຊວງ​ການ​ຕ່າງປະ​ເທດ​ພ້ອມ​ກັບ​ບັນດາ​ອົງການ​ຕາງໜ້າ​ການ​ທູດ​ຂອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້​ກ່າວ​ເຕືອນ​ພົນລະ​ເມືອງ​ຈຳກັດ​ການ​ໄປມາ​ເຖິງ​ເຂດ​ທີ່​ມີ​ເຊື້ອ​ພະຍາດ​ນີ້ ​ແລະ ມີ​ບັນດາ​ມາດ​ຕະການ​ເປັນ​ເຈົ້າ​ການ​ເພື່ອ​ປ້ອງ​ກັນ, ຕ້ານ​ເຊື້ອ​ພະຍາດ​ດັ່ງກ່າວ. ມາ​ຮອດ​ປະຈຸ​ບັນ, ບໍ່​ທັນ​ມີ​ຂໍ້​ມູນ​ໃດໆ​ທີ່​ຢັ້ງຢືນ​ວ່າ​ ມີ​ພົນລະ​ເມືອງ​ຫວຽດນາມ ຫຼື​ຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ​ ຕິດ​ເຊື້ອ​ພະຍາດ​ນີ້​ເທື່ອ“.

ທີ່​ການ​ປະຊຸມ​ຂ່າວ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ກໍ່​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ກອງ​ປະຊຸມ​ຄັ້ງທີ 3 ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ຫວຽດນາມ - ອາ​ຟະ​ລິ​ກາ​ໃຕ້ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ວິທະຍາສາດ - ​ເຕັກນິກ ​ແລະ ວັດທະນະທຳ ທີ່​ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ​​ໃນ​ລະຫວ່າງ​ວັນ​ທີ 18-19/6 ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ