ການປະຕິຮູບດ້ານບໍລິຫານໃນໄລຍະຈະມາເຖິງແມ່ນສືບຕໍ່ສ້າງບາດກ້າວບຸກທະລຸໃນບັນດາບັນຫາຫຍຸ້ງຍາກ

(VOVWORLD) - ຕອນເຊົ້າວັນທີ 21 ສິງຫາ, ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ, ຫົວໜ້າໜ່ວຍປະຕິບັດງານຂອງນາຍົກລັດຖະມົນຕີ ໄດ້ມີການເຮັດວຽກກັບບັນດາກະຊວງ, ຂະແໜງການກ່ຽວກັບສະພາບການປະກາດໃຊ້ເອກະສານກຳນົດລະອຽດ, ການຫລຸດຜ່ອນເງື່ອນໄຂດຳເນີນທຸລະກິດຢ່າງແທດຈິງ ແລະ ສະພາບການປະຕິບັດບັນດາຂໍ້ກຳນົດກ່ຽວກັບເງື່ອນໄຂດຳເນີນທຸລະກິດ.
ການປະຕິຮູບດ້ານບໍລິຫານໃນໄລຍະຈະມາເຖິງແມ່ນສືບຕໍ່ສ້າງບາດກ້າວບຸກທະລຸໃນບັນດາບັນຫາຫຍຸ້ງຍາກ - ảnh 1 ການປະຕິຮູບດ້ານບໍລິຫານໃນໄລຍະຈະມາເຖິງແມ່ນສືບຕໍ່ສ້າງບາດກ້າວບຸກທະລຸໃນບັນດາບັນຫາຫຍຸ້ງຍາກ  (ພາບ: VGP)

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໊ຽນຢຸງ ຖືວ່າ: ເລື່ອງຫລຸດຜ່ອນເງື່ອນໄຂການດຳເນີນທຸລະກິດ ຍັງບໍ່ທັນນຳມາເຊິ່ງຜົນປະໂຫຍດຢ່າງຈະແຈ້ງໃຫ້ແກ່ວິສາຫະກິດ. ເລື່ອງຫລຸດຜ່ອນຕ້ອງໄດ້ຮັບການເພີ່ມທະວີໃນວຽກງານຄຸ້ມຄອງຂອງລັດ, ຮັບປະກັນຈຸດປະສົງແກ້ໄຂຮົ້ວກີດຂວາງໃຫ້ແກ່ວິສາຫະກິດເພື່ອພັດທະນາ. ທ່ານ ມາຍຕ໊ຽນຢຸງ ກ່າວວ່າ:

        “ໃນປີ 2019 ນີ້ ລັດຖະບານໄດ້ຊີ້ນຳຢ່າງແຮງທີ່ສຸດ ນັ້ນແມ່ນຍົກເລີກບັນດາຂໍ້ກຳນົດກ່ຽວກັບເງື່ອນໄຂດຳເນີນທຸລະກິດ ແລະ ລະບຽບການບໍລິຫານທີ່ກ່ຽວຂ້ອງເຖິງການກວດກາສະເພາະຂະແໜງສິນຄ້ານຳເຂົ້າສົ່ງອອກ ແລະ ປະຕິບັດການຊາບຊຶມບັນດາການປະຕິຮູບກ່ຽວກັບເງື່ອນໄຂການດຳເນີນທຸລະກິດເຊິ່ງໄດ້ປະຕິບັດໃນປີ 2018 ຢ່າງຄົບຖ້ວນ. ມອບໝາຍໜ້າທີ່ໃຫ້ບັນດາກະຊວງ, ອົງການຈັດຕັ້ງທຽບເທົ່າກັບກະຊວງ ກວດກາຄືນໃໝ່ ເພື່ອຍື່ນສະເໜີໃຫ້ລັດຖະບານຍົກເລີກອັນທີ່ງ່າຍດາຍ, ບໍ່ຈະແຈ້ງ, ບໍ່ລະອຽດ, ບໍ່ເປັນໄປໄດ້ກ່ອນໄຕມາດທີ 3 ປີ 2019, ໄລຍະເວລາບໍ່ມີຫລາຍ ດັ່ງນັ້ນຕ້ອງປະຕິບັດຢ່າງຂ້ຽວຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ