ການປະທະກັນ ຮາມາດ - ອິດສະຣາແອັນ: ຜູ້ຕາງໜ້າຂັ້ນສູງ ອີຢູ ສະເໜີຂໍ້ລິເລີມໃໝ່

(VOVWORLD) - ທ່ານກໍ່ຖືວ່າ: “ບໍ່ມີມາດຕະການແກ້ໄຂດ້ານການທະຫານໃດໃຫ້ແກ່ການປະທະກັນ” ຢູ່ເຂດ ກາຊາ, ນັບທັງບໍ່ມີມືປືນ ຮາມາດ ໃດມີໜ້າຢູ່ເຂດດິນແດນນີ້.
ການປະທະກັນ ຮາມາດ - ອິດສະຣາແອັນ: ຜູ້ຕາງໜ້າຂັ້ນສູງ ອີຢູ ສະເໜີຂໍ້ລິເລີມໃໝ່ - ảnh 1(ພາບປະກອບ: THX/TTXVN)

        ວັນທີ 06 ພະຈິກ, ກ່າວຄຳເຫັນຕໍ່ບັນດານັກການທູດ ອີຢູ ຢູ່ສຳນັກງານຄະນະກຳມະການ ເອີລົບ (ອີຊີ) ຢູ່ ບຣຸກແຊນ, ປະເທດ ແບນຊິກ, ທ່ານ Josep Borrell, ຜູ້ຕາງໜ້າຂັ້ນສູງຂອງສະຫະພາບ ເອີລົບ (ອີຢູ) ຮັບຜິດຊອບຄວາມໝັ້ນຄົງ ແລະ ນະໂຍບາຍການຕ່າງປະເທດ, ໄດ້ສະເໜີເລື່ອງ ອິດສະຣາແອັນ ອາດສາມາດຢຸດຕິການເຄື່ອນໄຫວດ້ານການທະຫານຢູ່ເຂດ ກາຊາ ເພື່ອແລກເອົາເລື່ອງສະພາກາແດງ ໄດ້ເຂົ້າເຖິງບັນດາພົນລະເມືອງ ອິດສະຣາແອັນ ທີ່ປະຈຸບັນພວມຖືກຂະບວນການອິດສະລາມ ຮາມາດ ຈັບຕົວ. ທ່ານກໍ່ຖືວ່າ: “ບໍ່ມີມາດຕະການແກ້ໄຂດ້ານການທະຫານໃດໃຫ້ແກ່ການປະທະກັນ” ຢູ່ເຂດ ກາຊາ, ນັບທັງບໍ່ມີມືປືນ ຮາມາດ ໃດມີໜ້າຢູ່ເຂດດິນແດນນີ້.

        ແລະກໍ່ໃນວັນດຽວກັນ, ທ່ານນາງ Ursula von der Leyen ປະທານ ອີຊີ ໄດ້ແຈ້ງໃຫ້ຊາບວ່າ, ອີຢູ ຈະເພີ່ມຈຳນວນເງິນອຸປະຖຳມະນຸດສະທຳໃຫ້ແກ່ເຂດ ກາຊາ ຕື່ມອີກ 25 ລ້ານເອີໂລ. ຂໍ້ຕົກລົງຫຼ້າສຸດດັ່ງກ່າວໄດ້ຍົກຈຳນວນເງິນອຸປະຖຳມະນຸດສະທຳໃຫ້ແກ່ສາມັນຊົນຢູ່ເຂດດິນແດນນີ້ຂຶ້ນເຖິງ 100 ລ້ານ ເອີໂລ.

        ໃນຂະນະນັ້ນ, ເລື່ອງນຳພົນລະເມືອງຕ່າງປະເທດອອກຈາກເຂດ ກາຊາ ກໍ່ໄດ້ຮັບການເຊື່ອມຕໍ່ຄືນໃໝ່ໃນວັນທີ 06 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ