ການປະທະກັນ ຮາມາດ -ອິດສະລາແອນ: ລັດເຊຍ ສະເຫນີຈັດການປະຊຸມຂັ້ນລັດຖະມົນຕີ

(VOVWORLD) - ລັດເຊຍ ໄດ້ຮຽກຮ້ອງສ້າງຄຳສັ່ງຢຸດຍິງລະຫວ່າງ ອິດສະລາແອນ ແລະ ຮາມາດເປັນຫລາຍຄັ້ງແລ້ວ ແລະ ຮຽກຮ້ອງຈັດຕັ້ງການເຈລະຈາເພື່ອແນໃສ່ຊອກຫາມາດຕະການໂດຍສັນຕິ.

ການປະທະກັນ ຮາມາດ -ອິດສະລາແອນ: ລັດເຊຍ ສະເຫນີຈັດການປະຊຸມຂັ້ນລັດຖະມົນຕີ - ảnh 1ທ່ານ Anatoly Viktorov ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອິດສະລາແອນ

ວັນທີ 10 ພະຈິກ, ທ່ານ Anatoly Viktorov ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ອິດສະລາແອນ ໃຫ້ຮູ້ວ່າ: ລັດເຊຍ ພວມສະເຫນີຈັດການປະຊຸມດ່ວນຂັ້ນລັດຖະມົນຕີ ກ່ຽວກັບການປະທະກັນລະຫວ່າງ ປາແລດສະຕິນ ແລະອິດສະລາແອນ ໂດຍມີການເຂົ້າຮ່ວມຂອງບັນດາປະເທດຕາເວັນອອກກາງ.

ກ່ອນຫນ້ານັ້ນ, ວັນທີ 6 ພະຈິກ, ລັດເຊຍໄດ້ຮຽກຮ້ອງຢຸດຕິການຖິ້ມລະເບີດລົງໃສ່ເຂດ ກາຊາ ພ້ອມທັງເນັ້ນຫນັກຄວາມຈຳເປັນຕ້ອງເຊື່ອມຕໍ່ບັນດາການເຈລະຈາລະຫວ່າງ ປາແລດສະຕິນ ແລະ ອິດສະລາແອນຄືນໃຫມ່ ເພື່ອຫລິກລ້ຽງໄພປະທະກັນແຜ່ລາມອອກສູ່ວົງກວ້າງ.

ລັດເຊຍ ໄດ້ຮຽກຮ້ອງສ້າງຄຳສັ່ງຢຸດຍິງລະຫວ່າງ ອິດສະລາແອນ ແລະ ຮາມາດເປັນຫລາຍຄັ້ງແລ້ວ ແລະ ຮຽກຮ້ອງຈັດຕັ້ງການເຈລະຈາເພື່ອແນໃສ່ຊອກຫາມາດຕະການໂດຍສັນຕິ.

ຕອບກັບ

ຂ່າວ/ບົດ​ອື່ນ