ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ​ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຢຸດ​ຍິງ ເພື່ອ​ມະ​ນຸດ​ສະ​ທຳ​ຢູ່​ເຂດ ກາ​ຊາ

(VOVWORLD) -  ມະຕິສະບັບເລກທີ 2712 ຮຽກຮ້ອງຢຸດຍິງ ແລະ ສ້າງຕັ້ງແລວມະນຸດສະທຳໂດຍດ່ວນ ແລະ ເປີດກວ້າງອອກທົ່ວເຂດ ກາຊາ ເພື່ອສ້າງເງື່ອນໄຂສະດວກໃຫ້ສາມັນຊົນໄດ້ເຂົ້າເຖິງມະນຸດສະທຳຢ່າງທົ່ວເຖິງ, ວ່ອງໄວ, ປອດໄພ ແລະ ບໍ່ຖືກກີດຂວາງ.
ການ​ປະ​ທະ​ກັນ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ​ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ຢຸດ​ຍິງ ເພື່ອ​ມະ​ນຸດ​ສະ​ທຳ​ຢູ່​ເຂດ ກາ​ຊາ - ảnh 1ສະພາຄວາມໝັ້ນຄົງ ສປຊ ຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງຢຸດຍິງໃນທັນທີ ເພື່ອຈຸດປະສົງມະນຸດສະທຳຢູ່ເຂດ ກາຊາ (ພາບ: TTXVN)

ວັນທີ 15 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງຢຸດຍິງໃນທັນທີ ເພື່ອຈຸດປະສົງມະນຸດສະທຳຢູ່ເຂດ ກາຊາ. ມະຕິສະບັບເລກທີ 2712 ຮຽກຮ້ອງຢຸດຍິງ ແລະ ສ້າງຕັ້ງແລວມະນຸດສະທຳໂດຍດ່ວນ ແລະ ເປີດກວ້າງອອກທົ່ວເຂດ ກາຊາ ເພື່ອສ້າງເງື່ອນໄຂສະດວກໃຫ້ສາມັນຊົນໄດ້ເຂົ້າເຖິງມະນຸດສະທຳຢ່າງທົ່ວເຖິງ, ວ່ອງໄວ, ປອດໄພ ແລະ ບໍ່ຖືກກີດຂວາງ. ມະຕິສະບັບດັ່ງກ່າວ ເນັ້ນໜັກວ່າ ຕ້ອງສ້າງເງື່ອນໄຂສະດວກໃຫ້ແກ່ການສະໜອງຢ່າງລຽນຕິດ, ມີສິນຄ້າເຄື່ອງຂອງ ແລະ ການບໍລິການທີ່ຈຳເປັນຄົບທຸກປະເພດໃນທົ່ວເຂດກາຊາ, ລວມທັງ ນ້ຳ, ໄຟຟ້າ, ເຊື້ອເພີງ, ສະບຽງອາຫານ ແລະ ອຸປະກອນການແພດ ກໍຄື ປັບປຸງ, ຟື້ນຟູພື້ນຖານໂຄງລ່າງທີ່ຈຳເປັນໂດຍດ່ວນ.

        ແລະກໍໃນວັນດຽວກັນ, ກະຊວງການຕ່າງປະເທດ ຈໍແດນ, ອີຢິບ, ອີຣານ ແລະ ຫຼາຍປະເທດໃນພາກພື້ນ ໄດ້ອອກແຈ້ງການກ່າວປະນາມບັ້ນບຸກໂຈມຕີແນໃສ່ເຂດ ກາຊາ ເຊິ່ງເຮັດໃຫ້ມີສາມັນຊົນນັບພັນຄົນເສຍຊີວິດ.

ບາທີ, ນັກຂ່າວ VOV ປະຈຳ ອີຢິບ

       

ຕອບກັບ

ຂ່າວ/ບົດ​ອື່ນ