ການປະທະກັນຍັງຄົງເກີດຂຶ້ນຢູ່ ຊີຣີ ເຮັດໃຫ້ສາມັນຊົນຖືກເສຍຊີວິດ

ການປະທະກັນຍັງຄົງເກີດຂຶ້ນຢູ່ ຊີຣີ ເຮັດໃຫ້ສາມັນຊົນຖືກເສຍຊີວິດ - ảnh 1
ເຫດວາງລະເບີດຢູ່ Damacus
(ພາບ: presstv.ir)

(vovworld) – ຢ່າງ​ໜ້ອຍສຸດມີ​ສາມັນ​ຊົນ​ 6 ຄົນ​ເສຍ​ຊີວິດ ​ແລະ ປະມານ 30 ຄົນ​ຖືກ​ຮັບ​ບາດ​ເຈັບ ​ໃນ​ບັນ​ດາ​ການ​​ໃຊ້​ຄວາມ​ຮຸ້ນ​ແຮງ ​ໂດຍ​ກຳລັງ​ລຸກ​ຮື​ຂຶ້ນ​ດຳ​ເນີນ​ໃນ​ທົ່ວ​ປະ​ເທດ ຊີຣີ ​ເມື່ອວັນ​ທີ 20/6. ​ສະຖານີໂທລະພາບ​ແຫ່ງ​ຊາດ ຊີຣີ ​ໃຫ້​ຂ່າວ​ວ່າ: ມີ​ລູກ​ລະ​ເບີດ​ລູກໜຶ່ງ ຖືກ​ວາງ​ຢູ່​ແຄມ​ທາງ ​ໃນ​ແຂວງ Idilb, ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ ຊີຣີ ​ໄດ້ລະ​ເບີດ​ຂຶ້ນ​ເຮັດ​​ໃຫ້ 5 ຄົນ​ເສຍ​ຊີວິດ. ຢູ່​ນະຄອນຫຼວງ ດາ​ມາ​ກຸດ, ມີ​ຫຼາຍ​ຄົນ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ ຍ້ອນ​ກຳລັງ​ລຸກ​ຮື​ຂຶ້ນ​ຍິ່ງ​ປືນ​ໃຫຍ່​ໃສ່​ເຂດ​ມີ​ພົນລະ​ເມືອງ​ໜາ​ແໜ້ນ ​ແລະ ​ໃກ້​ກັບ​ໂບດ ອິດສະລາມ. ບັນດາ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ໃຫ້​ຮູ້​ວ່າ, ວັນ​ທີ 20/6, ທະຫານ​ລັດຖະບານ ​ໄດ້​ວາງ​ລະ​ເບີດ​​ໃສ່ບັນດາ​ຖານ​ທີ່ໝັ້ນ​ຂອງ​ກຳລັງ​ລຸກ​ຮື​ຂຶ້ນ​ຢູ່​ເຂດ​ຊານ​ນະຄອນຫຼວງ ດາ​ມາ​ກຸດ. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ SANA ຂອງ ຊີຣີ ​ໄດ້​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ຢ່າງ​ເປັນ​ທາງ​ການ​​ໂດຍ​ໃຫ້​ຮູ້​ວ່າ: ບາງ​ບຸກຄົນ “ກໍ່​ການ​ຮ້າຍ” ​ຖືກ​ດັບ​ສູນຢູ່​ອ້ອມ​ແອ້ມ​ຄຸກ​​ໃຫຍ່​ທີ່​ນະຄອນ Aleppo ທາງ​ພາກ​ເໜືອ, ບ່ອນ​ທີ່​ກຳລັງ​ລຸກ​ຮື​ຂຶ້ນ ຊອກ​ຫາ​ວິທີ​​ແຊກ​ຊຶມເຂົ້າ​ເພື່ອກູ້​ເອົານັກ​ໂທດ.

ຂ່າວ/ບົດ​ອື່ນ