ການປະທະກັນຢູ່ Mariupol-ຢູແກຼນ


ການປະທະກັນຢູ່ Mariupol-ຢູແກຼນ - ảnh 1

(ພາບ: tienphong.vn)

 (vovworld)- ວັນ​ທີ 9/5, ​ໄດ້​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ທະຫານ​ຢູ​ແກຼນ ກັບ​ກຳລັງ​ທວງ​ເອົາ​ການ​ຫັນ​ເປັນ​ສະຫະພັນ​ຢູ່​ນະຄອນ​ທ່າ​ກຳ​ປັ່ນ Mariupol ທາງທິດຕາ​ເວັນ​ອອກ​ສ່ຽງ​ໃຕ້ຢູ​ແກຼນ ຊື່​ງ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 21 ຄົນ​ເສຍ​ຊີວິດ. ສຳນັກ​ຂ່າວສານ Interfax ຂອງ​ລັດ​ເຊຍ ຢືນຢັນ​ວ່າ: ທະຫານ​ຢູ​ແກຼນ ​ໄດ້​ນຳ​ໃຊ້​ອາວຸດ​ຂະໜາດ​ໃຫ່ຍ​ໃນ​ຂະນະ​ທີ່​ກຳລັງ​ນີ້​ພະຍາຍາມ​ຍາດ​ເອົາ​ສິດ​ຄວບ​ຄຸມ​ສຳ​ລັກ​ງານ​ຂອງ​ກະຊວງ​ພາຍ​ໃນ​ທີ່​ຖືກ​ຍຶດຄອງ​ຢູ່​ນະຄອນ Mariupol ຄືນ​ໃໝ່. ນອກຈາກ​ນັ້ນ​ແລ້ວ, ນັກ​ຂ່າວ​ຈຳນວນ​ໜຶ່ງ​ຂອງສຳນັກ​ຂ່າວສານ ITV ຂອງ​ອັງ​ກິດ​ທີ່​ມີໜ້າ​ໃນ​ນະຄອນ​ແຫ່ງ​ນີ້​ກໍ່​ໃຫ້​ຮູ້​ວ່າ: ທະຫານ​ຢູ​ແກຼນ ​ໄດ້​ລະດົມ​ບັນດາ​ລົດ​ຫຸ້ມ​ເກາະ ​ແລະ ປືນ​ຂະໜາດ​ໜັກ​ປະ​ເພດ​ຕ່າງໆ​ໄປ​ຍັງ​ເຂດ​ໃຈກາງ​ນະຄອນ. 

ຂ່າວ/ບົດ​ອື່ນ