ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ຮາ​ມາ​ດ​ສ ຍົກ​ອອກ​ກຳ​ນົດ​ເວ​ລາ​ຕອບ​ກັບ​ຂໍ້​ສະ​ເໜີ​ຢຸດງ​ຍິງ ຂອງ ອິດ​ສະ​ຣາ​ແອັນ

(VOVWORLD) - ຮາມາດສ “ມີຫຼາຍຄວາມສາມາດ” ເພື່ອຕອບກັບຂໍ້ສະເໜີຢຸດຍິງຂອງ ອິດສະຣາແອັນ ເຊິ່ງເຂົາເຈົ້າໄດ້ຮັບຈາກບັນດາຝ່າຍເປັນກາງໄກ່ເກ່ຍໃນຮອບເວລາ 48 ຊົ່ວໂມງ. 
ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ຮາ​ມາ​ດ​ສ ຍົກ​ອອກ​ກຳ​ນົດ​ເວ​ລາ​ຕອບ​ກັບ​ຂໍ້​ສະ​ເໜີ​ຢຸດງ​ຍິງ ຂອງ ອິດ​ສະ​ຣາ​ແອັນ - ảnh 1ຕຶກອາຄານຖືກພັງທະລາຍພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃນວັນທີ 13 ເມສາ 2025 (ພາບ: THX/TTXVN)

ວັນທີ 15 ເມສາ, ເຈົ້າໜ້າທີ່ຂັ້ນສູງຂອງ ຮາມາດສ ໃຫ້ຮູ້ວ່າ ຂະບວນການນີ້ “ມີຫຼາຍຄວາມສາມາດ” ເພື່ອຕອບກັບຂໍ້ສະເໜີຢຸດຍິງຂອງ ອິດສະຣາແອັນ ເຊິ່ງເຂົາເຈົ້າໄດ້ຮັບຈາກບັນດາຝ່າຍເປັນກາງໄກ່ເກ່ຍໃນຮອບເວລາ 48 ຊົ່ວໂມງ. ເມື່ອຕອບສຳພາດຕໍ່ວົງການສື່ມວນຊົນ, ເຈົ້າໜ້າທີ່ດັ່ງກ່າວໄດ້ເຕື້ອງເຖິງການກຳນົດເວລາຕອບກັບບັນດາຝ່າຍເປັນກາງໄກ່ເກ່ຍດັ່ງກ່າວ ເພາະວ່າ ຮາມາດສ ຍັງຄົງດຳເນີນການປຶກສາຫາລືລວງເລິກໃນຄະນະການນຳ, ກໍຄືປຶກສາບັນດາຝ່າຍຕໍ່ຕ້ານເພື່ອສ້າງຫຼັກໝັ້ນເອກະພາບ.

        ກໍໃນວັນດຽວກັນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ຮູ້ວ່າ ໃນການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu, ທ່ານໄດ້ຮຽກຮ້ອງໃຫ້ “ຕ້ອງຢຸດຕິ” ຄວາມເຈັບປວດໃນປັດຈຸບັນຂອງສາມັນຊົນຢູ່ເຂດ ກາຊາ; ພ້ອມທັງຖືວ່າ ມີພຽງແຕ່ຄຳສັ່ງຢຸດຍິງຢູ່ເຂດ ກາຊາ ຈຶ່ງສາມາດກູ້ເອົາຊີວິດບັນດາຕົວປະກັນ ອິດສະຣາແອັນ ທີ່ຍັງເໜືອ. ທ່ານກໍຮຽກຮ້ອງໃຫ້ “ເປີດທຸກດ່ານຊາຍແດນຊ່ວຍເຫຼືອມະນຸດສະທຳ” ໃຫ້ແກ່ຊາວ ປາແລັດສະຕິນ ແລະ ເຊື່ອມຕໍ່ແງ່ຫວັງກ່ຽວກັບມາດຕະການການເມືອງສອງປະເທດ ອິດສະຣາແອັນ ແລະ ປາແລັດສະຕິນ ພ້ອມກັນຄົງຕົວ ຄືນໃໝ່.

        ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ສືບຕໍ່ປະຕິເສດເລື່ອງສ້າງຕັ້ງ ລັດ ປາແລັດສະຕິນ; ພ້ອມທັງຢັ້ງຢືນ ຖ້າຫາກວ່າລັດ ປາແລັດສະຕິນ ໄດ້ຮັບການສ້າງຕັ້ງຂຶ້ນ ນັ້ນຈະແມ່ນ “ລາງວັນໃຫຍ່ສຳລັບການກໍ່ການຮ້າຍ”.

ບ້າທີ - ນັກຂ່າວ VOV ປະຈຳ ອີຢິບ

 

ຕອບກັບ

ຂ່າວ/ບົດ​ອື່ນ