ການປະທະກັນຮາມາດ - ອິດສະຣາແອນ: ປາແລດສະຕິນ ຮຽກຮ້ອງເພິ່ມທະວີການຊ່ວຍເຫຼືອມະນຸດສະທຳ

(VOVWORLD) -   ທ່ານປະທານາທິບໍດີ Abbas ກໍ່ສະເໜີຢາກໃຫ້ເພີ່ມຈຳນວນການໜູນຊ່ວຍມະນຸດສະທຳ, ອຸປະກອນໜູນຊ່ວຍ ແລະ ບ່ອນຢູ່ອາໄສໃຫ້ແກ່ຊາວ ປາແລດສະຕິນ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນ ຂອງເລື່ອງມອບໃຫ້ລັດ ປາແລດສະຕິນ...
ການປະທະກັນຮາມາດ - ອິດສະຣາແອນ: ປາແລດສະຕິນ ຮຽກຮ້ອງເພິ່ມທະວີການຊ່ວຍເຫຼືອມະນຸດສະທຳ - ảnh 1ປະຊາຊົນຈັດແຖວຖ້າເອົານ້ຳສະອາດຢູ່ ເຂດກາຊາ
(ພາບ:AFP/TTXVN)

 

ວັນທີ 4 ກຸມພາ, ທີ່ການຕ້ອນຮັບທ່ານ Tor Wennesland, ຜູ້ປະສານງານພິເສດຂອງ ສປຊ ກ່ຽວກັບວິວັດທະນາການສັນຕິພາບຕາເວັນອອກກາງ, ທ່ານປະທານາທິບໍດີ ປາແລດສະຕິນ Madmoud Abbas ໄດ້ກະຕຸກຊຸກຍູ້ທ່ານເລຂາທິການໃຫຍ່ ສປຊ Antonio Gutesrres ຍູ້ແຮງບັນດາຄວາມມານະພະຍາຍາມຂອງສາກົນເພື່ອ “ຖອນບັນດາກຳລັງ ອິດສະຣາແອນ ທັງໝົດອອກຈາກເຂດ ກາຊາ ແລະ ບໍ່ຄວບຄຸມບໍ່ວ່າເຂດໃດຂອງຊາວ ປາແລດສະຕິນ”.

        ທ່ານປະທານາທິບໍດີ Abbas ກໍ່ສະເໜີຢາກໃຫ້ເພີ່ມຈຳນວນການໜູນຊ່ວຍມະນຸດສະທຳ, ອຸປະກອນໜູນຊ່ວຍ ແລະ ບ່ອນຢູ່ອາໄສໃຫ້ແກ່ຊາວ ປາແລດສະຕິນ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນ ຂອງເລື່ອງມອບໃຫ້ລັດ ປາແລດສະຕິນ ປະຕິບັດລະບຽບການສະມາຊິກຖາວອນຂອງ ສປຊ ຜ່ານຄວາມຕັດສິນຂອງ ສະພາຄວາມໝັ້ນຄົງ ສປຊ.

        ກໍ່ກ່ຽວຂ້ອງເຖິງບັນຫານີ້, ກໍ່ໃນວັນທີ 4 ກຸມພາ, ທ່ານປະທານາທິບໍດີ ອີຢິບ Abdel -  Fattah al – Sisi ເນັ້ນໜັກເຖິງຄວາມຈຳເປັນຕ້ອງສືບຕໍ່ຊຸກຍູ້ມາດຕະການສອງລັດ, ຖືນີ້ແມ່ນພື້ນຖານໃຫ້ແກ່ມາດຕະການຮອບດ້ານກ່ຽວກັບບັນຫາ ປາແລດສະຕິນ ກໍ່ຄືຟຶ້ນຟູຄວາມໝັ້ນຄົງ ແລະ ຄວາມສະຖຽນລະພາບ ຢູ່ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ