ການປະທະກັນເກີດຂຶ້ນໃນການແຫ່ຂະບວນປະທ້ວງຂອງນັກສຶກສາອັງກິດນັບພັນໆຄົນ

ການປະທະກັນເກີດຂຶ້ນໃນການແຫ່ຂະບວນປະທ້ວງຂອງນັກສຶກສາອັງກິດນັບພັນໆຄົນ - ảnh 1
ພາບ​ປະ​ກອບ:duhocanh.info.vn

(vovworld)-​ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ລະ​ຫວ່າງ​ຕຳ​ຫລວດ​ກັບ​ນັກ​ສຶກ​ສາ​ນັບ​ພັນໆ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່​ນະ​ຄອນ​ຫລວງ ລອນດອນ ປະ​ເທດ​ອັງ​ກິດ ເມື່ອ​ວັນ​ທີ 19/11 ເພື່ອ​ຄັດ​ຄ​້ານ​ແຜນ​ການ​ຫລຸດ​ຜ່ອນ​ການ​ລົງ​ທຶນ​ໃຫ້​ແກ່​ການ​ສຶກ​ສາ ແລະ ເພີ່ມ​ຄ່າ​ຮຽນ​ຂອງ​ລັດ​ຖະ​ບານ​ປະ​ເທດນີ້. ມີ 11 ຄົນ​ຖືກ​ຈັບ​ຕົວ​ ຍ້ອນ​ບຸກ​ໂຈມ​ຕີ​ຕຳ​ຫລວດ ແລະ ມີ​ການ​ກະ​ທຳ​ທຳ​ລາຍ ແລະ​ກໍ່​ຄວາມ​ວຸ້ນ​ວາຍ. ​ໃນເບື້ອງ​ຕົ້ນການ​ແຫ່​ຂະ​ບວນ​ປະ​ທ້ວງດຳ​ເນີນ​ໄປ​ໃນ​ບັນ​ຍາ​ກາດ​ສັນ​ຕິ​ພາບ ດ້ວຍ​ເລື່ອງ​ບັນ​ດາ​ນັກ​ສຶກ​ສາ​ແຫ່​ຂະ​ບວນ​ເຖິງ​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ເພື່ອ​ສະ​ເຫນີ​ລັດ​ຖະ​ບານ ຍົກ​ເວັ້ນ​ຄ່າ​ຮຽນ. ແຕ່​ຄວາມ​ເຄັ່ງ​ຕຶງ​ເກີດ​ຂຶ້ນ​ເມື່ອ​ມີ​ຜູ້​ແຫ່​ຂະ​ບວນ​ຫລາຍ​ຄົນ​ໄດ້​ແກ່ວນ​ກ້ອນ​ຫີນ​ໃສ່​ຕຳ​ຫລວດ, ​ມ້າງ​ເພ​ຮົ້ວ​​ປ້ອງ​ກັນ​ຢູ່ອ​້ອມ​ສະ​ຫນາມ​ຫລວງ​ສະ​ພາ​ແຫ່ງ​ຊາດ ເຮັດ​ໃຫ້​ຢ່າງ​ຫນ້ອຍ​ສຸດ 3 ຄົນ​ຖືກ​ບາດ​ເຈັບ.

 

 

 

 

ຂ່າວ/ບົດ​ອື່ນ