ການປະສັງສັນ, ຕ້ອນຮັບບຸນເຕັດ ປິມະໂຣງ 2012 ໃຫ້ແກ່ພໍ່ແມ່ຊາວຫວຽດນາມອາໄສຢູ່ຕ່າງປະເທດ

ການປະສັງສັນ, ຕ້ອນຮັບບຸນເຕັດ ປິມະໂຣງ 2012 ໃຫ້ແກ່ພໍ່ແມ່ຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1
ນະຄອນດ່າໜັງຈັດຕັ້ງການພົບປະສັງກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ
(ພາບ:baodanang.vn)

ຕອນ​ບ່າ​ຍວັນ​ທີ 18/1, ນະຄອນ ດ່າ​ໜັງ​ໄດ້​ຈັດ​ຕັ້ງການ​ພົບ​ປະ​ສັງ​ສັນກັບຊາວ​ຫວຽ​ດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ທີ່​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ​ຕ້ອນຮັບບຸນປີ​ໃໝ່​ປະຈຳ​ຊາດ​ບຸນ​ເຕັດ. ການ​ນຳ​ນະຄອນ ດ່າ​ໜັງ​ໄດ້​ອວຍພອນ​ປີ​ໃໝ່​ໃຫ້​ແກ່ພໍ່​ແມ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ຈົ່ງ​ມີ​ຄວາມຜາ​ສຸກ, ​ທຸກ​ຢ່າງ​ລາບ​ລື້​ນ ​ແລະ ຫວັງ​ວ່າ ພໍ່​ແມ່ນ​​ຊາ​ວຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ຈະ​ສືບ​ຕໍ່​ປະກອບສ່ວນ​​ເຂົ້າ​ໃນ​ການສ້າງສາ​ປະ​ເທດ​ຊາດ. ທ່ານ ຫງວຽນ​ວັນ​ເຈີ​ຍ, ຊາວ​ຫວຽດນາມ​ອາ​ໄສ​ຢູ່​ອາ​ເມ​ລິ​ກາ ​ແບ່ງປັນ​ວ່າ:

“ປີ​ໃດ​ຂ້າພະ​ເຈົ້າ​ກໍ່​ໄດ້​ກັບ​ເມືອ​ປະ​ເທດ, ​ແຕ່ລະ​ເທື່ອ​​ແມ່ນຢູ່ 6 ​ເດືອນ. ມື້​ນີ້, ດ່າ​ໜັງ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ຢ່າງ​ມ່ວນ​ຊື່ນ. ພວກ​ຂ້າພະ​ເຈົ້າມີ​ຄວາມ​ເອກອ້າ​ງທະ​ນົງ​ໃຈ​​ເມື່ອ​ໄດ້​ກັບ​ເມືອ​ບ້ານ​ເກີດ​ເມືອງ​ນອນ. ​ເນື່ອງ​ໃນ​ໂອກາດປີ​ໃໝ່​ຂໍອວຍພອນ​ໃຫ້​ທຸກ​ຄົນ​ຈົ່ງ​ຢູ່​ເຢັນ​ເປັນ​ສຸກ ​ແລະ ​ມີ​ສຸຂະພາບ​​ເຂັ້ມ​ແຂງ”

ຕອນ​ຄ່ຳ​ວັນ​ທີ 18/1, ​ແຂວງ​ບິນ​ເຢືອງກໍ​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນກັບ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ 150 ຄົນ  ກັບ​ເມືອ​ປະ​ເທດ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ, ປີ​ມະ​ໂຣງ 2012. ການ​ນຳ​ແຂວງ​ບິນ​​ເຢືອງ​ໄດ້​ເນັ້ນ​ໜັກ​ເຖິງ​ບັນດາ​ຜົນງານ​​ເຊິ່ງ​ແຂວງ​ ບິນ​ເຢືອງ​ ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານ​ມາ​​ໂດຍມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ຂົວ​ເຊື່ອມ​ຕໍ່​​ເພື່ອໂຄສະນາ​ພາບ​ພົດ​ຂອງ​ແຂວງ​ບິນ​ເຢືອງ ​ແລະ ປະ​ເທດ​ຊາດ​ອອກ​ສູ່​ເພື່ອນ​ມິດສາ​ກົນ.

ກໍ່​ໃນ​ວັນ​ດຽວກັນ ຢູ່​ປັກ​ກິ່ງ, ສະຖານ​ທູດ​ຫວຽດນາມ​ປະຈຳ​ຈີນ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ, ສັງ​ສັນ​ກັບພໍ່​ແມ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ນະຄອນຫຼວງ. ຕາມ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງຫວຽດນາມ​ປະຈຳ​ຈີນ​ແລ້ວ, ກ່ອນ​ທີ່​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ, ພໍ່​ແມ່​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຈີນ​ໄດ້​​ໄປ​ຍັງ​ຫໍ​ບູຊາ​ລຸງ​ໂຮ່ ​ໃນ​ສຳນັກງານ​ສະຖານທູດ ​ເພື່ອຖະ​ຫວາ​ຍທູບ​ທຽນ, ອາ​ໄລ​ຫາ​​ປະ​ທານ​ໂຮ່​ຈີ​ມິນ. ທ່ານ​ຮ່ວາງ​ງອກ​ວິ​ງ, ອຸປະ​ທູດ​ຊົ່ວຄາວ​ສະຖານທູດ​ຫວຽ​ດນາມປະຈຳ​ຈີນ ​ໄດ້​ແຈ້ງ​ໃຫ້​ພໍ່​ແມ່ນ​ປະຊາຊົນ​ຮັບ​ຊາບ​ບັນຫາ​ສຳຄັນ​ກ່ຽວ​ກັບ​ສະພາບ​ການ​ເມືອງ, ເສດຖະກິດ, ສັງ​ຄົມ​ພາຍ​ໃນ​ປະ​ເທດ, ກໍ່​ຄື​ບັນດາ​ບາດ​ກ້າວ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຈີນ. ພໍ່​ແມ່​ຊາວ​ຫວຽ​ດນາມອາ​ໄສ​ຢູ່​ຈີນ​ລ້ວນ​ແຕ່​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ໝາກຜົນ​ທີ່​ຫວຽດນາມ​ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ, ຖື​ວ່າ: ນີ້​ແມ່ນ​ການ​ລະດົມ​ກຳລັງ​ໃຈ​ອັນ​ໃຫຍ່​ຫຼວງ​ທີ່​ມີ​ຕໍ່ໍຊາວ​ຫວຽດນາມ​ຢູ່ຫ່າງ​ໄກຈາກ​ບ້ານ​ເກີດ​ເມືອງ​ນອນ. ປ້າ ຫວູທິ​ເຍີນ, ​​ອາຍຸ​ເກືອບ 80 ປີ​ໃຫ້​ຮູ້​ວ່າ:

“ສະຖານທູດ​ຫວຽດນາມ​ປະຈຳ​ຈີນ​ມີ​ຄວາມ​​ເອົາ​ໃຈ​ໃສ່​ຕໍ່​ພໍ່​ແມ່​ຊາວ​ຫວຽ​ດນາມ​ອາ​ໄສຢູ່​ຈີນ​ຫຼາຍ. ​ແຕ່ລະ​ປີ, ​ເມືອ​ໄດ້​ມາ​ພົບ​ປະ​ສັງ​ສັນ​ຢູ່​ສະຖານທູດ​ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ມ່ວນ​ຫຼາຍ. ຂ້າພະ​ເຈົ້າ​ຫາ​ກໍ່​ມີ​ໂອກາດ​ກັບ​ເມືອ​ຫວຽດນາມ, ​ເຫັນ​ວ່າ​ປະ​ເທດ​ເຮົາ​ມີ​ການ​ປ່ຽນ​ແປງ​ຫຼາຍ​ແລ້ວ, ​ໃຜໆ​ກໍ່​ກິນ​ອີ່ມ​ນຸ່ງ​ອຸ່ນ ​ແລະ ຢູ່​ເຢັນ​ເປັນ​ສຸກ, ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ.”

 

ຂ່າວ/ບົດ​ອື່ນ