ການພົບປະລະຫວ່າງ ວິສາຫະກິດ ອາຊີ - ເອີລົບ ຢູ່ ຫວຽດນາມ ປີ 2021

(VOVWORLD) -ເພື່ອຜ່ານຜ່າໂລກລະບາດໂຄວິດ -19 ແລະ ບໍ່ປະໃຫ້ເກີດຜົນຮ້າຍຢ້ອນຫລັງອັນຫນັກຫນ່ວງຕໍ່ເສດຖະກິດ, ຫວຽດນາມ ຄວນໄປຕາມທິດ ເພີ່ມທະວີການສັກວັກຊິນກັນໂຄວິດ -19
ການພົບປະລະຫວ່າງ ວິສາຫະກິດ ອາຊີ - ເອີລົບ ຢູ່ ຫວຽດນາມ ປີ 2021 - ảnh 1ການພົບປະ ວິສາຫະກິດ ອາຊີ - ເອີລົບ ຢູ່ ຫວຽດນາມ ປີ 2021

ຕາມການແບ່ງປັນຂອງທ່ານ ເຈີນແທງຮວນ, ຫົວຫນ້າກົມການພົວພັນຕ່າງປະເທດ ( ສັງກັດກະຊວງການຕ່າງປະເທດ ຫວຽດນາມ)  ແລ້ວ, ປີນີ້ແມ່ນປີປະສົບກັບຄວາມຫຍຸ້ງຍາກສຳລັບທຸກຄົນ, ສະພາບການໂລກລະບາດໂຄວິດ -19 ແມ່ນສັບສົນ ເຮັດໃຫ້ການເຄື່ອນໄຫວຂອງບັນດາວິສາຫະກິດ ຖືກຢຸດສະງັກ. ລັດ ແລະ ລັດຖະບານ ຫວຽດນາມໄດ້ ແລະ ພວມມານະພະຍາຍາມຊອກຫາບັນດາມາດຕະການ ເພື່ອຄວບຄຸມໂລກລະບາດ, ຊ່ວຍບັນດາວິສາຫະກິດກັບຄືນສູ່ການເຄື່ອນໄຫວເປັນປົກກະຕິຄືນໃຫມ່.

ຜູ້ຕາງຫນ້າຫ້ອງການການຄ້າ ເອີລົບ, ຫ້ອງການການຄ້າ ອີຕາລີ ແລະສະຫະສະມາຄົມວິສາຫະກິດ ສ.ເກົາຫລີ ປະຈຳ ຫວຽດນາມ ລ້ວນແຕ່ມີຂໍ້ສັງເກດວ່າ ເພື່ອຜ່ານຜ່າໂລກລະບາດໂຄວິດ -19 ແລະ ບໍ່ປະໃຫ້ເກີດຜົນຮ້າຍຢ້ອນຫລັງອັນຫນັກຫນ່ວງຕໍ່ເສດຖະກິດ, ຫວຽດນາມ ຄວນໄປຕາມທິດ ເພີ່ມທະວີການສັກວັກຊິນກັນໂຄວິດ -19 ເພື່ອນຳການຜະລິດກັບຄືນສູ່ສະພາບປົກກະຕິຄືນໃຫມ່, ຫລິກລ້ຽງການເຮັດໃຫ້ລະບົບສະຫນອງຖືກຕັດຕອນ ກໍຄື ບໍ່ປະໃຫ້ພາດກາລະໂອກາດດຶງດູດບັນດານັກລົງທຶນຕ່າງປະເທດເຂົ້າມາຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ