ການພົບປະລະຫວ່າງວິສາຫະກິດປ້ອງກັນຊາດຫວຽດນາມ - ອິນເດຍ ຄັ້ງທີ 4

(VOVWORLD) -ຕອນເຊົ້າວັນທີ 13 ມິຖຸນາ, ສະຖານທູດອິນເດຍປະຈຳຫວຽດນາມ ສົມທົບກັບກົມໃຫຍ່ອຸດສາຫະກິດການປ້ອງກັນຊາດ (ກະຊວງປ້ອງກັນປະເທດ) ໄດ້ຈັດຕັ້ງການພົບປະກັບວິສາຫະກິດອຸດສາຫະກຳການປ້ອງກັນຊາດຫວຽດນາມ - ອິນເດຍ ຄັ້ງທີ 4.
ການພົບປະລະຫວ່າງວິສາຫະກິດປ້ອງກັນຊາດຫວຽດນາມ - ອິນເດຍ ຄັ້ງທີ 4 - ảnh 1 ການພົບປະລະຫວ່າງວິສາຫະກິດປ້ອງກັນຊາດຫວຽດນາມ - ອິນເດຍ ຄັ້ງທີ 4

ນີ້ແມ່ນການເຄື່ອນໄຫວປະກອບສ່ວນເຂົ້າໃນການຫັນບັນດາແຜນນະໂຍບາຍການຮ່ວມມືດ້ານປ້ອງກັນຊາດ ທີ່ ລັດ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດອິນເດຍໄດ້ເປັນເອກະພາບກັນ ໃຫ້ປະກົດຜົນເປັນຈິງ; ປະກອບສ່ວນຍູ້ແຮງການພົວພັນດ້ານການປ້ອງກັນຊາດສອງຝ່າຍ, ພ້ອມທັງແມ່ນກາລະໂອກາດ ເພື່ອໃຫ້ບັນດາວິສາຫະກິດປ້ອງກັນຊາດຂອງອິນເດຍ ແລະ ບັນດາອົງການຈັດຕັ້ງ, ກົມກອງ, ວິສາຫະກິດກະຊວງປ້ອງກັນປະເທດຫວຽດນາມ ໄດ້ພົບປະ, ແລກປ່ຽນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ເພື່ອມຸ່ງໄປສູ່ການຮ່ວມມື ເພື່ອພ້ອມກັນພັດທະນາ.

        ທ່ານພົນຈັດຕະວາ ໂຮ່ກວາງຕ໋ວນ, ຮອງຫົວໜ້າກົມໃຫຍ່ອຸດສາຫະກຳການປ້ອງກັນຊາດ ສະແດງຄວາມຫວັງວ່າ ການພົບປະຄັ້ງນີ້ ຈະເປີດບັນດາກາລະໂອກາດໃໝ່ ເພື່ອລົງທຶນ, ດຳເນີນທຸລະກິດ ໃຫ້ແກ່ບັນດາວິສາຫະກິດ; ຮັດແໜ້ນການພົວພັນຮ່ວມມືອັນດີງາມໃຫ້ດີກວ່າອີກ, ບົນພື້ນຖານນັ້ນ, ວາງທິດທາງ ແລະ ວິທີການຜັນຂະຫຍາຍ, ການຮ່ວມມືດ້ານອຸດສາຫະກຳການປ້ອງກັນຊາດໃຫ້ເໝາະສົມ, ຮັບປະກັນຄວາມແທດຈິງ, ມີປະສິດທິຜົນລະຫວ່າງສອງຝ່າຍ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ